• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ສົ່ງສານເຖິງກອງປະຊຸມສະມັດຊາໃຫຍ່ AIPA – 44

ທ່ານປະທານປະເທດ ໄດ້ຊົມເຊີຍການພັດທະນາອັນໃຫຍ່ຫຼວງ ແລະ ການປະກອບສ່ວນແທດຈິງຂອງ AIPA ໃຫ້ແກ່ວິວັດການສ້າງປະຊາຄົມ ອາຊຽນ ສາມັກຄີ, ເປັນເອກະພາບ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນ ...
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA - 44

ເນື່ອງໃນໂອກາດໄຂກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 44 (AIPA – 44), ດ້ວຍຫົວຂໍ້ “ລັດຖະສະພາເປັນເຈົ້າການປັບຕົວເພື່ອ ອາຊຽນ ມີສະຖຽນລະພາບ ແລະ ວັດທະນາຖາວອນ”, ວັນທີ 7 ສິງຫາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ສົ່ງສານເຖິງກອງປະຊຸມ AIPA – 44.

ທ່ານປະທານປະເທດ ໄດ້ຊົມເຊີຍການພັດທະນາອັນໃຫຍ່ຫຼວງ ແລະ ການປະກອບສ່ວນແທດຈິງຂອງ AIPA ໃຫ້ແກ່ວິວັດການສ້າງປະຊາຄົມ ອາຊຽນ ສາມັກຄີ, ເປັນເອກະພາບ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນ ແລະ ປະເທດຕ່າງໆ. ທ່ານປະທານປະເທດ ຫວຽດນາມ ຕີລາຄາສູງ AIPA ແລະ ລັດຖະສະພາບັນດາປະເທດສະມາຊິກ ຍາມໃດກໍ່ຮ່ວມເດີນທາງ, ລະດົມກຳລັງໃຈບັນດາຄວາມມານະພະຍາຍາມຂອງລັດຖະບານບັນດາປະເທດ ອາຊຽນ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ກາຍເປັນອົງການສາມັກຄີ, ໝັ້ນຄົງເຂັ້ມແຂງ, ມີບົດບາດ, ພາບພົດ ແລະ ທີ່ຕັ້ງນັບມື້ນັບສູງຂຶ້ນໃນພາກພື້ນ ແລະ ບົນເວທີສາກົນ.   

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າ, ມີປະສິດທິຜົນ ແລະ ມີຄວາມຮັບຜິດຊອບສູງໃນເວທີປາໄສຕ່າງໆ, ແລະ ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມ AIPA – 44 ຈະບັນລຸຜົນສຳເລັດຢ່າງຈົບງາມ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top