• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງຮູບແບບເສດຖະກິດກະສິກຳຂອງແຂວງ ດົ່ງທາບ

ຕອນເຊົ້າວັນທີ 29 ມີນາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະປະຕິບັດງານໄດ້ລົງສຳຫຼວດກວດກາບາງຮູບແບບເສດຖະກິດຮ່ວມມື, ສະຫະກອນເຄື່ອນໄຫວຢ່າງມີປະສິດທິຜົນໃນຂົງເຂດກະສິກຳຢູ່ນະຄອນ ຊາແດັກ ແລະ ເມືອງ ທາບເມື່ອຍ, ແຂວງ ດົ່ງທາບ.
  ທ່ານປະທານປະເທດ ຫງວຽນຊວັນຟຸກ ລົງຢ້ຽມຢາມຮູບແບບຮ່ວມມືເຮັດການທ່ອງທ່ຽວຢູ່ ໝູ່ບ້ານດອກໄມ້ ຊາແດັກ - ນະຄອນ ຊາແດັກ  

 ທ່ານປະທານປະເທດ ໄດ້ລົງຢ້ຽມຢາມຮູບແບບຮ່ວມມືເຮັດການທ່ອງທ່ຽວຢູ່ ໝູ່ບ້ານດອກໄມ້ ຊາແດັກ - ນະຄອນ ຊາແດັກ, ເຊິ່ງເປັນຮູບແບບເສດຖະກິດຮ່ວມມືຂອງບັນດາຄອບຄົວໃນໝູ່ບ້ານ ທີ່ພ້ອມກັນຮ່ວມມືພັດທະນາຜະລິດຕະພັນຕົ້ນໄມ້ປະດັບ ປະສານສົມທົບກັບການທ່ອງທ່ຽວຢ່າງມີປະສິດທິຜົນ. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງບັນດາຮູບແບບເສດຖະກິດຮ່ວມມືໃນຂົງເຂດກະສິກຳ, ພັດທະນາກະສິກຳຕິດພັນກັບການທ່ອງທ່ຽວ, ມີທັງຜະລິດຕະພັນສົ່ງອອກ, ນຳມາເຊິ່ງປະສິດທິຜົນສູງ.

ຈາກໝາກຜົນຂອງຮູບແບບນີ້ພວກເຮົາຖອດຖອນໄດ້ຫຼາຍຂໍ້ສະຫຼຸບທີ່ຈຳເປັນໃນການພັດທະນາຮູບແບບຮ່ວມມື ກ່ອນທີ່ຕັດສິນໃຈວ່າຈະຂະຫຍາຍໃຫ້ເປັນສະຫະກອນຫຼືບໍ່. ພວກເຮົາສົ່ງເສີມການຂະຫຍາຍເປັນສະຫະກອນ ແຕ່ກໍບໍ່ບັງຄັບ, ຖ້າຫາກວ່າກຸ່ມຄອບຄົວຮ່ວມມືເຮັດທຸລະກິດບັນລຸຜົນປະໂຫຍດທີ່ດີກໍຄວນໃຫ້ປະຊາຊົນເຮັດຕໍ່. ແຕ່ວ່າຈຳນວນສະມາຊິກໃນກຸ່ມເຫຼົ່ານັ້ນ ແມ່ນຍັງໜ້ອຍ, ສະນັ້ນ ຕ້ອງດຶງດູດສະມາຊິກເຂົ້າຮ່ວມຫຼາຍກວ່າອີກເພື່ອຂະຫຍາຍຂອບຂະໜາດ, ກໍຄືພັດທະນາຄວາມສາມາດແກ້ງແຍ້ງໃຫ້ດີກວ່າອີກ, ມີກຳລັງບົ່ມຊອ້ນໃຫຍ່ກວ່າ ກ່ຽບກັບວິທະຍາສາດ, ເຕັກໂນໂລຢີ ແລະ ທຶນຮອນ…”

ຕອນເຊົ້າຂອງວັນດຽວກັນ, ຢູ່ນະຄອນ ກາວແຫຼງ, ແຂວງ ດົ່ງທາບ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກໍໄດ້ຖະຫວາຍດອກໄມ້, ໃຕ້ທູບທຽນຢູ່ເຂດປູຊະນີຍະສະຖານປະຫວັດສາດ ຫງວຽນຊິງສັກ - ພະບິດາຂອງປະທານໂຮ່ຈີນມິນ.

ຕອນບ່າຍຂອງດຽວກັນ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະຄະນະໄດ້ລົງເຮັດວຽກກັບການນຳແຂວງ ດົ່ງທາບ. ກ່າວຄຳເຫັນທີ່ນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ຖືວ່າ: ແຂວງ ດົ່ງທາບ ສູ້ຊົນປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ, ເຊື່ອມຈອດກັບບັນດາແຂວງໃນເຂດ ແລະ ນະຄອນ ໂຮ່ຈີມິນ ໃນທຸກດ້ານຄື ພື້ນຖານໂຄງລ່າງ, ວັດຖຸດິບ, ຕະຫຼາດ. ສືບຕໍ່ສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ເພື່ອພັດທະນາແບບຍືນຍົງ ແລະ ກໍ່ສ້າງຊົນນະບົດໃໝ່. ນຳໃຊ້ວິທະຍາສາດເຕັກໂນໂລຊີເພື່ອພັດທະນາກະສິກຳເຕັກໂນໂລຊີສູງ, ສຸມໃສ່ພັດທະນາແນວປູກທີ່ສຳຄັນຈຳນວນໜຶ່ງມີມູນຄ່າເພີ່ມສູງ. ທ່ານປະທານປະເທດ ໄດ້ເນັ້ນໜັກເຖິງການສືບຕໍ່ຜັນຂິຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ກໍຄືບັນດາແຜນນະໂຍບາຍຂອງພັກກ່ຽວກັບເສດຖະກິດຮ່ວມມື  ໂດຍພື້ນຖານແມ່ນເສດຖະກິດສະຫະກອນຢ່າງມີປະສິດທິຜົນ. 


(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top