• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ: ຊຸກຍູ້ການພົວພັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບກັບຕ່າງປະເທດເພື່ອປົກປັກຮັກສາປະເທດຊາດ

      ທ່ານ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ: ໃນໄລຍະທີ່ຈະມາເຖິງ, ໃນສະພາບການໂລກລະບາດໂຄວິດ - 19 ຍັງຜັນແປຢ່າງສັບສົນ, ກຳລັງກອງທັບ, ຕຳຫຼວດ ແລະ ບັນດາກຳລັງທີ່ກ່ຽວຂ້ອງຕ້ອງສືບຕໍ່ສົມທົບກັນ, ປະສານສົມທົບຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
      ຕອນເຊົ້າວັນທີ 7 ທັນວາ, ຢູ່ທຳນຽບປະທານປະເທດ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ໄດ້ເປັນປະທານວາລະປະຊຸມຄັ້ງທີ 1 ຂອງ ສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບອາຍຸການ 2021 – 2026. ທ່ານ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ: ໃນໄລຍະທີ່ຈະມາເຖິງ, ໃນສະພາບການໂລກລະບາດໂຄວິດ - 19 ຍັງຜັນແປຢ່າງສັບສົນ, ກຳລັງກອງທັບ, ຕຳຫຼວດ ແລະ ບັນດາກຳລັງທີ່ກ່ຽວຂ້ອງຕ້ອງສືບຕໍ່ສົມທົບກັນ, ປະສານສົມທົບຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ຮັບປະກັນທິດນຳຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ; ສືບຕໍ່ເພີ່ມທະວີວຽກງານກຳແໜ້ນສະພາບການທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງດ້ານເສດຖະກິດ, ໂດຍສະເພາະແມ່ນຕີລາຄາບັນດາຜົນກະທົບຈາກໂລກລະບາດໂຄ    ວິດ - 19 ຕໍ່ການເຄື່ອນໄຫວເສດຖະກິດ - ສັງຄົມຂອງ ຫວຽດນາມ ແລະ ສາກົນ.
            ກ່ຽວກັບໜ້າທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າກຳລັງກອງທັບຕ້ອງສືບຕໍ່ຄົ້ນຄວ້າເປິດກວ້າງກຳລັງ ແລະ ບໍລິເວນເຂົ້າຮ່ວມ. ໂດຍສະເພາະກຳລັງຕຳຫຼວດສຸມໃສ່ຍູ້ແຮງວຽກງານບຳລຸງສ້າງ, ຝືກອົບຮົມເພື່ອກະກ່ຽມສົ່ງພະນັກງານ, ນາຍທະຫານເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບແຫ່ງ ສປຊ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top