• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄຫວ້ອາໄລພະມະຫາອາຈານ ທິກໂຟເຕວະ

ທີ່ພິທີໄຫວ້ອາໄລ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ວາງພວງມາລາ, ຈູບທູບໃຕ້ທຽນ ແລະ ອາໄລຫາດວງວິນຍານພະມະຫາອາຈານ ທິກໂຟເຕ້ວະ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄຫວ້ອາໄລພະມະຫາອາຈານ ທິກໂຟເຕ້ວະ. (ພາບ: TTXVN)

ຕອນເຊົ້າວັນທີ 22 ຕຸລາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປວັດ ຣາງ, ຕາແສງ ກວາງລ້າງ, ເມືອງ ຟູຊວຽນ, ນະຄອນ ຮ່າໂນ້ຍ, ໄຫວ້ອາໄລພະມະຫາອາຈານ ທິກໂຟເຕ້ວະ, ສາດສະດາສະພາສົງສະມາຄົມພຸດທະສາສະໜາ ຫວຽດນາມ. ທີ່ພິທີໄຫວ້ອາໄລ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ວາງພວງມາລາ, ຈູບທູບໃຕ້ທຽນ ແລະ ອາໄລຫາດວງວິນຍານພະມະຫາອາຈານ ທິກໂຟເຕ້ວະ.

        ເມື່ອຂຽນໃສ່ປື້ມໄວ້ອາໄລ, ທ່ານປະທານປະເທດ ໄດ້ສະແດງຄວາມໂສກເສົ້າເສຍດາຍຕໍ່ ພະມະຫາອາຈານ ທິກໂຟເຕວະ, ສາດສະດາສະມາຄົມພຸດທະສາສະໜາ ຫວຽດນາມ,  ເຊິ່ງເປັນນັກບວດມີພັນສາສູງ ແລະ ເຕັມໄປດ້ວຍຄຸນນະທຳຂອງພຸດທະສາສະໜາສະໄໝປະຈຸບັນ, ແມ່ນສັນຍາລັກແຫ່ງນ້ຳໃຈສາມັກຄີປອງດອງຊາດ, ສາມັກຄີສາສະໜາ. ດ້ວຍການອຸທິດສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ປະເທດຊາດ, ລັດ ໄດ້ຮັບຮູ້ ແລະ ມອບຫຼຽນໄຊ ໂຮ່ຈີມີນ ພ້ອມກັບຫຼາຍລາງວັນອັນສູງສົ່ງໃຫ້ ພະມະຫາອາຈານ ທິກໂຟເຕວະ.

        ພະມະຫາອາຈານ ທິກໂຟເຕວະ ແມ່ນສາດສະດາສະພາສົງສະມາຄົມພຸດທະສາສະໜາ ຫວຽດນາມ, ອະດີດຮອງປະທານສະພາບໍລິຫານງານ; ອະດີດຫົວໜ້າຄະນະບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມ ແຂວງ ຮ່າໄຕ (ປະຈຸບັນແມ່ນນະຄອນ ຮ່າໂນ້ຍ); ກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ; ເຈົ້າອາວາດວັດ ວຽນມິງ (ວັດ ຣາງ).

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top