• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີປຸກລະດົມການແຂ່ງຂັນປີ 2022 ຂອງກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບ ຫວຽດນາມ

      ຕອນເຊົ້າວັນທີ 8 ມັງກອນ, ຢູ່ຮ່າໂນ້ຍ, ກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບ ຫວຽດນາມ ແລະ ສະມາຄົມໜັງ, ເກີບ, ຖົງພາຍ ຫວຽດນາມ ໄດ້ຈັດຕັ້ງພິທີປຸກລະດົມການແຂ່ງຂັນປີ 2022.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຢ້ຽມຢາມໂຮງງານຕ່ຳແຜ່ນຕັດຫຍິບ 10
      ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບ ຫວຽດນາມ, ສະຫະສະມາຄົມຕ່ຳແຜ່ນຕັດຫຍິບ, ສະຫະສະມາຄົມໜັງ, ເກີບ ແລະ ຖົງພາຍ ຕ້ອງສືບຕໍ່ຮັກສາ, ເສີມຂະຫຍາຍໝາກຜົນຕັ້ງໜ້າທີ່ບັນລຸໄດ້ໃນປີ 2021, ຮັບປະກັນການຜະລິດຢ່າງປອດໄພ, ໂດຍສະເພາະແມ່ນປຸກລະດົມບັນດາຂະບວນການແຂ່ງຂັນອອກແຮງງານທຳການຜະລິດ, ປ່ຽນແປງໃໝ່ປະດິດຄິດສ້າງ. ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:
        “ຫວຽດນາມ ຕ້ອງມີ 30 ເຄື່ອງໝາຍການຄ້າຕ່ຳແຜ່ນຕັດຫຍິບທີ່ທຽບເທົ່າກັບໂລກ. ນີ້ແມ່ນເປົ້າໝາຍສູ້ຊົນທີ່ມີຄວາມສຳຄັນທີ່ສຸດເພື່ອໃຫ້ພວກເຮົາມີເຄື່ອງໝາຍການຄ້າຢ່າງແທ້ຈິງ, ກາຍເປັນອານາຈັກແຫ່ງການຕ່ຳແຜ່ນຕັດຫຍິບ, ເປັນສູນແຟຊັນຂອງໂລກ ຢູ່ ຫວຽດນາມ. ຫວຽດນາມ ແມ່ນ 1 ໃນ 4 ປະເທດທີ່ມີປະລິມານຫຼາຍທີ່ສຸດໃນໂລກ, ແຕ່ວ່າມູນຄ່າເພີ່ມຂອງຜະລິດຕະພັນ, ສູນແຟຊັນຂອງໂລກນັ້ນ ຕ້ອງສູ້ຊົນໃຫ້ຫຼາຍກວ່າອີກ, ໂດຍສະເພາະແມ່ນເມື່ອ ຫວຽດນາມ ເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ, ການພັດທະນາຂະແໜງຕ່ຳແຜ່ນຕັດຫຍິບ, ແຟຊັນກໍມີຄວາມສຳຄັນທີ່ສຸດ”.
        ປີ 2021, ວົງເງິນການຄ້າສົ່ງອອກໃນທົ່ວຂະແໜງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ບັນລຸ 39 ຕື້ USD, ເພີ່ມຂຶ້ນ 11% ເມື່ອທຽບໃສ່ປີ 2020.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top