• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີທະລຸເສັ້ນທາງດ່ວນ ຈູງເລືອງ - ໝີທ້ວນ

      ເສັ້ນທາງດ່ວນ ຈູງເລືອງ - ໝີທ້ວນ ມີບົດບາດສຳຄັນເປັນພິເສດໃນການແລກປ່ຽນຄ້າຂາຍທີ່ເຊື່ອມຕໍ່ລະຫວ່າງ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ ຫວຽດນາມ ກັບນະຄອນ ໂຮ່ຈີມິນ ແລະ ບັນດາເຂດເສດຖະກິດຈຸດສຸມທາງພາກໃຕ້. 
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີທະລຸເສັ້ນທາງດ່ວນ ຈູງເລືອງ - ໝີທ້ວນ (ພາບ: VOV)
      ຕອນເຊົ້າວັນທີ 19 ມັງກອນ, ຢູ່ແຂວງ ຕຽນຢາງ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີທະລຸເສັ້ນທາງດ່ວນ ຈູງເລືອງ - ໝີທ້ວນ, ເພື່ອຮັບໃຊ້ການສັນຈອນໄປມາໃນໂອກາດບຸນປີໃໝ່ປະຈຳຊາດ ຫຼື ບຸນເຕັດປີຂານ 2022. ເສັ້ນທາງດ່ວນ ຈູງເລືອງ - ໝີທ້ວນ ມີບົດບາດສຳຄັນເປັນພິເສດໃນການແລກປ່ຽນຄ້າຂາຍທີ່ເຊື່ອມຕໍ່ລະຫວ່າງ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ ຫວຽດນາມ ກັບນະຄອນ ໂຮ່ຈີມິນ ແລະ ບັນດາເຂດເສດຖະກິດຈຸດສຸມທາງພາກໃຕ້. ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ໂຄງລ່າງຄົມມະນາຄົມ ແມ່ນສິ່ງທີ່ສຳຄັນທີ່ສຸດສຳລັບ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ ຫວຽດນາມ ແລະ ຄວາມຕັດສິນໃຈສູງຂອງສູນກາງ, ຂອງເຈົ້າຂອງລົງທຶນ, ບັນດາກົມກອງທີ່ກ່ຽວຂ້ອງ ຊ່ວຍໃຫ້ໂຄງການຜັນຂະຫຍາຍໂດຍໄວ. ທ່ານປະທານປະເທດ ຫງວຽນຊວັນຟຸກ ຊີ້ນຳວ່າ ຂະແໜງຄົມມະນາຄົມ - ຂົນສົ່ງ ຄວນຍູ້ໄວການກໍ່ສ້າງຂົວໝີທ້ວນ ແລະ ຜັນຂະຫຍາຍໃນທັນທີ, ໃຫ້ທັນການ, ເພື່ອຮັບປະກັນຄຸນນະພາບຂອງເສັ້ນທາງດ່ວນ ໝີທ້ວນ - ເກີນເທີ ທີ່ມີລວງຍາວ 46 ກິໂລແມັດ. ພ້ອມກັນນັ້ນ ແມ່ນສືບຕໍ່ລົງມືກໍ່ສ້າງເສັ້ນທາງດ່ວນຕອນເກີ່ນເທີ - ກາເມົາ ທີ່ນອນຢູ່ໃນແຜນນະໂຍບາຍແລ້ວ; ພິເສດເສັ້ນທາງແຄມທະເລທີ່ລັດຖະບານ ແລະ ສະພາແຫ່ງຊາດເປັນເອກະພາບແລ້ວນັ້ນ ຄວນປະກາດກໍ່ສ້າງທັງໝົດເສັ້ນທາງທີ່ຢູ່ທາງທິດຕາເວັນຕົກຂອງທະເລຕາເວັນອອກໂດຍໄວ.
        ກ່ອນໜ້ານັ້ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍໄດ້ໄປຈູດທູບທຽນບູຊາຢູ່ວິຫານເຈົ້າຊີວິດ ຮຸ່ງ ຢູ່ນະຄອນ ເກີ່ນເທີ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top