• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະ 2 ຝ່າຍຢູ່ນອກກອງປະຊຸມ APEC 2022

ວັນທີ 17-18 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີພົບປະ 2 ຝ່າຍກັບການນຳບັນດາພື້ນຖານເສດຖະກິດສະມາຊິກ APEC.

ວັນທີ 17-18 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີພົບປະ 2 ຝ່າຍກັບການນຳບັນດາພື້ນຖານເສດຖະກິດສະມາຊິກ APEC.

  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)  

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມບັນດາການນຳເສດຖະກິດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 29 ຢູ່ ບາງກອກ (ໄທ) ແຕ່ວັນທີ 17-18 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີພົບປະ 2 ຝ່າຍກັບການນຳບັນດາພື້ນຖານເສດຖະກິດສະມາຊິກ APEC.

ທີ່ການພົບປະກັບທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos, ການນຳ 2 ທ່ານໄດ້ເຫັນດີຍູ້ແຮງຄວາມມານະພະຍາຍາມເພື່ອສືບຕໍ່ນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະໃຫ້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຢ່າງແທດຈິງ.

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີິຊຽນຫຼົງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ 2 ຝ່າຍຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳ 2 ປະເທດ, ພິເສດແມ່ນໃນຂົງເຂດຮ່ວມມືໃໝ່ຄື: ເສດຖະກິດດີຈີຕອນ, ການຫັນເປັນດີຈີຕອນ, ເສດຖະກິດສີຂຽວ, ພະລັງງານສະອາດ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ.

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck Soo, ການນຳ 2 ທ່ານໄດ້ຢືນຢັນເຖິງການຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ, ໃນນັ້ນ ຫວຽດນາມ ຖື ສ.ເກົາຫຼີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະ ສ.ເກົາຫຼີ ສືບຕໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມຂອງ ສ.ເກົາຫຼີ ຢູ່ພາກພື້ນ.

ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 17 ພະຈິກ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese; ທ່ານປະທານາທິບໍດີ ຝລັ່ງ Emmanuel Macron; ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau; ທ່ານຮອງປະທານາທິບໍດີ ເປຣູ Dina Ercilia Boluarte Zegarra. ທີ່ບັນດາການພົບປະ, ການນຳ 2 ຝ່າຍໄດ້ແລກປ່ຽນກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ…

 ເນື່ອງໃນໂອກາດນີ້, ວັນທີ 19 ພະຈິກ, ທ່ານປະທານປະເທດ ຫງວຽນຊວັນຟຸກ  ກໍ່ໄດ້ໃຫ້ການຕ້ອນຮັບທ່ານ  ຫຼີຢາຈາວ, ຫົວໜ້າເຂດປົກຄອງພິເສດ ຮົ່ງກົງ, ປະເທດ ຈີນ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top