• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບການນຳບັນດາປະເທດແລະອົງການຈັດຕັ້ງສາກົນ

ໃນການເຄື່ອນໄຫວທຳອິດຢູ່ນິວຢອກ, ວັນທີ 21 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມີບັນດາການພົບປະກັບການນຳຂັ້ນສູງບັນດາປະເທດ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບທ່ານປະທານາທິບໍດີສ.ເກົາຫຼີ Moon Jae in. (ພາບ: TTXVN)

ທີ່ການພົບປະກັບທ່ານປະທານາທິບໍດີສ.ເກົາຫຼີ Moon Jae in, ທ່ານປະທານປະເທດ ຫງວຽນຊວັນຟຸກ ຖືວ່າ, 2 ປະເທດຄວນແກ້ໄຂໂລກລະບາດໂດຍໄວເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດໃນປະຈຸບັນໃຫ້ພັດທະນາຢ່າງເລິກເຊິ່ງ ກວ້າງຂວາງ, ຮອບດ້ານກວ່າອີກໃນໄລຍະຈະມາເຖິງ. ພ້ອມກັນນັ້ນ, ທ່ານປະທານປະເທດສະເໜີໃຫ້ ສ.ເກົາຫຼີ ສືບຕໍ່ເພີ່ມຂອບເຂດ ແລະ ຈຳນວນໂຄງການລົງທຶນ ໄປພ້ອມກັບການຖ່າຍຖອດເຕັກໂນໂລຊີໃຫ້ແກ່ຫວຽດນາມ ແລະ ຈະສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດສ.ເກົາຫຼີ ເຂົ້າມາລົງທຶນຢູ່ຫວຽດນາມ.

        ແລະກໍ່ໃນວັນດຽວກັນ, ທີ່ການພົບປະກັນທ່ານນາຍົກລັດຖະມົນຕີ ອຽກລັງ Micheal Martin, ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາວ່າ ການນຳ ອຽກລັງ ເອົາໃຈໃສ່, ຊຸກຍູ້ສະພາແຫ່ງຊາດປະເທດນີ້ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນຫວຽດນາມ - ອີຢູ (EVIPA); ສືບຕໍ່ຮັກສາແຫຼ່ງທຶນ ODA ສະຫງວນໃຫ້ແກ່ຫວຽດນາມ ໃນໄລຍະຈະມາເຖິງ. ທ່ານປະທານປະເທດສະເໜີໃຫ້ ອຽດລັງ ໜູນຊ່ວຍ ຫວຽດນາມ ສຳພັດກັບແຫຼ່ງສະໜອງວັກຊິນ, ພິຈາລະນາສະໜອງບັນດາເຄື່ອງອຸປະກອບການແພດໃຫ້ແກ່ຫວຽດນາມ.

        ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ແດນມາກ Mette Frederiksen, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ທ່ານນາຍົກລັດຖະມົນຕີ ແດນມາກ ເອົາໃຈໃສ່ໜູນຊ່ວຍຫວຽດນາມ ສຳພັດກັບແຫຼ່ງວັກຊິນກັນໂຄວິດ-19 ໂດຍໄວ, ລວມທັງຜ່ານກົນໄກ COVAX. ທ່ານນາຍົກລັດຖະມົນຕີ ແດນມາກ ໄດ້ເຫັນດີຕໍ່ຂໍ້ສະເໜີຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ກ່ຽວກັບບັນຫາວັກຊິນ, ພ້ອມທັງໃຫ້ຮູ້ວ່າ ຈະສົ່ງເສີມບັນດາວິສາຫະກິດຂອງ  ແດນມາກ ຍູ້ແຮງການລົງທຶນເຂົ້າຫວຽດນາມ.

        ແລະກໍ່ໃນວັນທີ 21 ກັນຍາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ໄດ້ມີບັນດາການພົບປະກັບປະມຸກລັດ, ການນຳຂັ້ນສູງບັນດາປະເທດ ໄທ, ບັງກະລາເທດ, ສີລັງກາ, ເລັດເວຍ, ໂດມີນິກ, ຊູແອດ… ແລກປ່ຽນມາດຕະການຫຼາຍຢ່າງເພື່ອຍູ້ແຮງ, ພັດທະນາການພົວພັນ 2 ຝ່າຍ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top