• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດ Croatia, Senegal ເຂົ້າຍື່ນສານຕາຕັ້ງ

ຕອນບ່າຍວັນທີ 13 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ Croatia, Senegal ເຂົ້າຍື່ນສານຕາຕັ້ງ.

ຕອນບ່າຍວັນທີ 13 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ Croatia, Senegal ເຂົ້າຍື່ນສານຕາຕັ້ງ.

    

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Ivan Velimir Starcevic, ເອກອັກຄະລັດຖະທູດ Croatia

(ພາບ: TTXVN)

ທີ່ການຕ້ອນຮັບທ່ານ Ivan Velimir Starcevic, ເອກອັກຄະລັດຖະທູດສ. Croatia, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືກັບ Croatia. ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ 2 ຝ່າຍຈົ່ງເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ, ເພື່ອຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ຜ່ານນັ້ນ, ເຮັດໃຫ້ການພົວພັນຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (ອີຢູ) ໃຫ້ເລິກເຊິ່ງ ແລະ ບັນລຸປະສິດທິຜົນກວ່າ. ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ Croatia ເພີ່ມທະວີການພົວພັນກັບ ອາຊຽນ ແລະ ບັນດາປະເທດສະມາຊິກ.

        ທີ່ການຕ້ອນຮັບທ່ານ Abdoulaye Barro, ເອກອັກຄະລັດຖະທູດ Senegal, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ຕັ້ງໜ້າຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ. 2 ຝ່າຍສືບຕໍ່ຕັ້ງໜ້າສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ ແລະ ອົງການເວົ້າພາສາຝລັ່ງ. ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາວ່າ Senegal ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ພວມດຳລົງຊີວິດ, ເຮັດວຽກຢູ່ Senegal.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມທາງໄກສະໄໝສາມັນປະຈຳເດືອນ ພຶດສະພາ ຂອງລັດຖະບານກັບບັນດາທ້ອງຖິ່ນ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມທາງໄກສະໄໝສາມັນປະຈຳເດືອນ ພຶດສະພາ ຂອງລັດຖະບານກັບບັນດາທ້ອງຖິ່ນ

ສະພາບການເສດຖະກິດ - ສັງຄົມ ໃນ 5 ເດືອນຂອງທົ່ວປະເທດ ສືບຕໍ່ມີການຫັນປ່ຽນຢ່າງຕັ້ງໜ້າ.

Top