• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວນຟຸກ ເປັນປະທານການເຮັດວຽກກັບກະຊວງຕຳຫລວດ, ຍຸຕິທຳກ່ຽວກັບແຜນຮ່າງສ້າງລັດແຫ່ງອຳນາດນິຕິບັນຍັດ

ທ່ານປະທານປະເທດ ຫງວຽນຊວນຟຸກ ສະເຫນີສືບຕໍ່ສຳຫລວດກວດຄືນ, ສ້າງສຳເລັດບົດບາດຫນ້າທີ່, ໂຄງຮ່າງການຈັດຕັ້ງກົງຈັກຂອງອົງການສືບສວນ ແລະ ບັນດາອົງການທີ່ໄດ້ຮັບຫນ້າທີ່ສືບສວນຕາມທິດກະທັດລັດ
  ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການເຮັດວຽກ. (ພາບ: TTXVN)  

ສືບຕໍ່ລາຍການເຮັດວຽກກັບບັນດາກະຊວງ,ຂະແຫນງການ ຮັບເອົາຄຳເຫັນປະກອບສ້າງສຳເລັດແຜນຮ່າງ “ຍຸດທະສາດສ້າງສຳເລັດລັດແຫ່ງອຳນາດນິຕິບັນຍັດ ສັງຄົມນິຍົມ ຫວຽດນາມ ຮອດປີ 2030, ການກຳນົດທິດຮອດປີ 2045”, ວັນທີ 7 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ, ຫົວຫນ້າຄະນະຊີ້ນຳການສ້າງແຜນຮ່າງ ເປັນປະທານການເຮັດວຽກຂອງປະຈຳການຄະນະຊີ້ນຳກັບຄະນະພັກຕຳຫລວດສູນກາງ, ຄະນະພັກກະຊວງຍຸຕິທຳ.

ກ່າວຄຳເຫັນຊີ້ນຳ, ທ່ານປະທານປະເທດ ຫງວຽນຊວນຟຸກ ສະເຫນີສືບຕໍ່ສຳຫລວດກວດຄືນ, ສ້າງສຳເລັດບົດບາດຫນ້າທີ່, ໂຄງຮ່າງການຈັດຕັ້ງກົງຈັກຂອງອົງການສືບສວນ ແລະ ບັນດາອົງການທີ່ໄດ້ຮັບຫນ້າທີ່ສືບສວນຕາມທິດກະທັດລັດ, ເປັນມືອາຊີບ, ເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ ຕອບສະຫນອງຄວາມຮຽກຮ້ອງຕ້ອງການ, ຫນ້າທີ່ທີ່ໄດ້ຮັບການມອບໝາຍ, ຮັບປະກັນສິດທິມະນຸດ, ສິດພົນລະເຮືອນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ​ ໄດ້​ຕັດ​ສິນ​ໃຈ​ຍົກ​ລະ​ດັບ​ກາ​ນ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ເປັນຂີດໝາຍບາດ​ກ້າວ​ພັດ​ທະ​ນາ​ສຳ​ຄັນ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ​ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ປີ 1973.

Top