• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຈີນ ສີຈິ້ນຜິງ ເຈລະຈາໂດຍກົງກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ທີ່ປັກກິ່ງ

      ວັນທີ 3 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄດ້ເຈລະຈາກັບຄູ່ຕຳແໜ່ງ ລັດເຊຍ Sergey Lavrov ທີ່ພວມຢ້ຽມຢາມ ປັກກິ່ງ ໃນສະພາບການທີ່ສອງປະເທດພວມກະກຽມໃຫ້ແກ່ການພົບປະໂດຍກົງ ລະຫວ່າງ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin, ເຊິ່ງຄາດວ່າຈະດຳເນີນໃນວັນທີ 4 ກຸມພາ.
ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ກັບຄູ່ຕຳແໜ່ງ ລັດເຊຍ Sergey Lavrov (ພາບ: ກະຊວງການຕ່າງປະເທດ ຈີນ)
      ກ່າວຄຳເຫັນທີ່ການພົບປະເຈລະຈາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ່ ຢັ້ງຢືນວ່າ ປັກກິ່ງ ພ້ອມແລ້ວທີ່ຈະຮ່ວມມືກັບມົດສະກູ ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງກວ່າອີກ, ຍົກສູງຄວາມຍຸຕິທຳສາກົນ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນຫຼາຍກວ່າອີກ. ທ່ານຮຽກຮ້ອງໃຫ້ສອງຝ່າຍ ສ້າງຄວາມເຫັນດີເຫັນພ້ອມໃນບັ້ນປ້ອງກັນຕ້ານໂລກລະບາດ, ຮັບປະກັນການແລກປ່ຽນການຄ້າ ແລະ ພົບປະແລກປ່ຽນປະຊາຊົນຢ່າງເປັນປົກກະຕິ, ກໍຄືຊຸກຍູ້ຄວາມສະຖຽນລະພາບ ແລະ ພັດທະນາການຮ່ວມມືທີ່ແທດຈິງຂອງສອງຝ່າຍ.
            ສ່ວນທ່ານ ລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ກໍຢັ້ງຢືນຢ່າງແຮງສາຍພົວພັນລະຫວ່າງ ລັດເຊຍ ແລະ ຈີນ ຈະບໍ່ຖືກຜົນສະທ້ອນຍ້ອນບັນດາປັດໄຈທາງດ້ານການເມືອງ ແລະ ບໍໍ່ແນໃສ່ຕ້ານຄືນບໍ່ວ່າປະເທດທີສາມໃດໆ.
            ກໍໃນການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ຍູ້ແຮງການຮ່ວມມືໃນຂົງເຂດພະລັງງານ, ສົມທົບທັດສະນະໃນບັນດາບັນຫາພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີສະພາບການຢູ່ ຢູແກຼນ, ອາບການິດສະຖານ ແລະ ແຫຼມເກົາຫຼີ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top