• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດເຮັດວຽກກັບນັກວິທະຍາສາດກ່ຽວກັບການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ

ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງເລື່ອງບັນດານັກຊ່ຽວຊານ, ນັກວິທະຍາສາດທີ່ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ການສ້າງແຜນຮ່າງ “ຍຸດທະສາດກໍ່ສ້າງ ແລະ ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບຮອດປີ 2030, ກຳນົດທິດຮອດປີ 2045”.
  ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)  

 ຕອນບ່າຍວັນທີ 14 ມີນາ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະປະຕິຮູບຕູລາການສູນກາງ, ຫົວໜ້າຄະນະຊີ້ນຳການສ້າງແຜນຮ່າງ “ຍຸດທະສາດກໍ່ສ້າງ ແລະ ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບຮອດປີ 2030, ກຳນົດທິດຮອດປີ 2045”, ເຮັດວຽກກັບບັນດານັກຊ່ຽວຊານ, ນັກວິທະຍາສາດກ່ຽວກັບທິດທາງ, ເວລາປະຕິບັດ ແລະ ບັນດາເນື້ອໃນສ້າງແຜນຮ່າງ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງເລື່ອງບັນດານັກຊ່ຽວຊານ, ນັກວິທະຍາສາດທີ່ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ການສ້າງແຜນຮ່າງ “ຍຸດທະສາດສ້າງ ແລະ ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບຮອດປີ 2030, ກຳນົດທິດຮອດປີ 2045”. ຕາມນັ້ນແລ້ວ, ບັນດາເນື້ອໃນດັ່ງກ່າວສືບຕໍ່ຢືນຢັນບົດບາດການຊີ້ນຳນຳພາຂອງພັກ ໃນໂຄງການສ້າງລັດແຫ່ງນິຕິບັນຍັດສັງຄົມນິຍົມໃນປະຈຸບັນ. ທ່ານປະທານປະເທດສະເໜີໃຫ້ນັກວິທະຍາສາດ, ນັກຊ່ຽວຊານປະກອບຄຳເຫັນທີ່ມີລັກສະນະບຸກທະລຸເພື່ອສ້າງແຜນຮ່າງ ມີຄຸນນະພາບສູງ. ບັນດາບາດກ້າວບຸກທະລຸນີ້ຕ້ອງມີພື້ນຖານວິທະຍາສາດເພື່ອຮັບໃຊ້ການພັດທະນາປະເທດຊາດ.


 

ໄມ້ຊໍ້, ໄມ້ສັກ, ໄມ້ແຕ່ຮໍ, ໄມ້ຍົມ

(ແຫຼ່ງຄັດຈາກ VOV)

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຊຸມປີຜ່ານມາ, ການຈັດຕັ້ງການຕຳໜິຕິຊົມຕາມແຕ່ລະກຸ່ມ, ສົມທົບກັບການປະກອບຄຳເຫັນລວມ ບັນລຸປະສິດທິຜົນສູງ.

Top