• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍື່ນສານຕາຕັ້ງ

      ຕອນເຊົ້າວັນທີ 26 ກັນຍາ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍື່ນສານຕາຕັ້ງ.

(ທ່ານປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບທ່ານເອກອັກຄະລັດຖະທູດອິດສະຣາແອນ
ເຂົ້າຍື່ນສານຕາຕັ້ງ)
      ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດອິດສະຣາແອນ, ທ່ານປະທານປະເທດ ເຈີນດ້າຍກວາງຢືນຢັນວ່າ, ຍາມໃດຫວຽດນາມ ກໍຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືຫຼາຍດ້ານກັບອິດສະຣາແອນ. ພ້ອມທັງຊຸກຍູ້ການເຈລະຈາເພື່ອກ້າວໄປເຖິງການລົງນາມໃນສັນຍາການຄ້າເສລີລະຫວ່າງ 2 ປະເທດໃນປີ 2018; ພ້ອມກັນນັ້ນ 2 ຝ່າຍຄວນເພີ່ມທະວີການຮ່ວມມືຕາມທິດລົງທຶນ, ມອບສົ່ງເຕັກໂນໂລຊີໃນຂົງເຂດກະສິກຳທີ່ນຳໃຊ້ເຕັກໂນໂລຊີສູງ…
        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດບັງກະລາເທດ, ທ່ານປະທານປະເທດ ເຈີນດ້າຍກວາງ ສະເໜີໃຫ້ ບັງກະລາເທດ ພິຈາລະຈາເປີດກວ້າງການນຳເຂົ້າບັນດາຜະລິດຕະພັນກະເສດ, ສິນໃນນ້ຳ, ເຄື່ອງໃຊ້ສອຍ… ຂອງຫວຽດນາມ ກໍຄືສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ເປີດກວ້າງການລົງທຶນຢູ່ ບັງກະລາເທດ. ພ້ອມກັນນັ້ນ, ທ່ານປະທານປະເທດສະເໜີໃຫ້ ບັງກະລາເທດ ສະໜັບສະໜູນຫວຽດນາມ ຮັບສະໝັກເລືອກຕັ້ງເປັນສະມາຊິກຄະນະກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021 ແລະ ສະໜັບສະໜູນຫວຽດນາມ ສະໝັກຮັບເລືອກຕັ້ງເຂົ້າດຳລົງຕຳແໜ່ງຜູ້ອຳນວຍການໃຫຍ່ UNESCO ອາຍຸການ 2017 – 2021.
        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດແຟງລັງ, ທ່ານປະທານປະເທດ ເຈີນດ້າຍກວາງ ສະເໜີໃຫ້ແຟງລັງ ຊຸກຍູ້ການລົງນາມ ແລະ ໃຫ້ສັດຕະຍາບັນ EVFTA ໂດຍໄວ, ພ້ອມທັງປາດຖະໜາວ່າ 2 ປະເທດສືບຕໍ່ຮ່ວມມືໃນຂົງເຂດ ASEM, ພິເສດແມ່ນໃນຂົງເຂດຄຸ້ມຄອງແຫຼ່ງນ້ຳຂ້າມຊາຍແດນຢ່າງມີປະສິດທິຜົນ    .
        ຕໍ່ຈາກນັ້ນ, ທ່ານປະທານປະເທດເຈີນດ້າຍກວາງ ກໍ່ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ໂອຕາລິດ ແລະ ເອກອັກຄະລັດຖະທູດກຸບາ ເຊັນດຽວກັນ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top