• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ພົບປະກັບພະນັກງານສະຖານທູດຫວຽດນາມຢູ່ອີຢິບ

ໂດຍສືບຕໍ່ການຢ້ຽມຢາມທາງລັດຖະກິດຢູ່ອີຢິບ ຕາມຄໍາເຊື້ອເຊີນຂອງທ່ານປະທານາທິບໍດີອີຢິບ Abdel Fattah Sisi,  ຕອນບ່າຍວັນທີ 26 ສິງຫາ, ທ່ານປະທານປະເທດຫວຽດນາມເຈີ່ນດ້າຍກວາງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ພົບປະສັງສັນ, ໂອ້ລົມກັບລັດຖະກອນ, ພະນັກງານ ສະຖານທູດຫວຽດນາມ ປະຈໍາອີຢິບ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມຢູ່ອີຢິບ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວຄໍາເຫັນທີ່ການພົບປະສັງສັນ

ກ່າວຄໍາເຫັນນະທີ່ນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ໝູ່ຄະນະສະຖານທູດສືບຕໍ່ເປັນເສນາທິການໃຫ້ແກ່ພັກ, ລັດ ກ່ຽວກັບບັນດາມາດຕະການລະອຽດເພື່ອແນໃສ່ເພີ່ມທະວີການພົວພັນໃນທຸກດ້ານກັບອີຢິບ:

        “ຂ້າພະເຈົ້າຫວັງວ່າ ບັນດາພະນັກງານສະຖານທູດ ສືບຕໍ່ເສີມຂະຫຍາຍມູນເຊື້ອຂອງຂະແໜງການທູດ ເພື່ອໃຫ້ພວກເຮົາຍູ້ແຮງການເຄື່ອນໄຫວທາງການທູດໃນທຸກຂົງເຂດ ກ່ຽວກັບດ້ານເສດຖະກິດ,ການເມືອງ, ວັດທະນະທໍາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ໃນນັ້ນ ຄວນເອົາໃຈໃສ່ເປັນພິເສດເຖິງການພົບປະແລກປ່ຽນປະຊາຊົນ ເພື່ອເພີ່ມທະວີການຮ່ວມສໍາພັນລະຫວ່າງປະຊາຊົນສອງປະເທດພວກເຮົາ. ນີ້ແມ່ນພື້ນຖານທີ່ໝັ້ນຄົງ ເພື່ອຮັກສາການພົວພັນຂອງສອງປະເທດ. ສໍາລັບປະຊາຄົມຊາວຫວຽດນາມອາໄສຢູ່ອີຢິບ, ໃນໄລຍະຈະມາເຖິງ, ແນ່ນອນວ່າຄົນຫວຽດນາມ ຈະມານີ້ນັບມື້ນັບຫຼາຍຂຶ້ນ, ຮອດເວລານັ້ນ ພວກເຮົາຈະຈັດຕັ້ງສະມາຄົມຊາວຫວຽດນາມອາໄສຢູ່ອີຢິບ ເພື່ອເປັນຂົວເຊື່ອມຕໍ່ລະຫວ່າງບຸກຄົນທີ່ຢູ່ຫ່າງໄກບ້ານເກີດເມືອງນອນ ເພື່ອອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ. ຜ່ານນັ້ນ, ສ້າງເງື່ອນໄຂໃຫ້ບັນດາປະຊາຄົມຊາວຫວຽດນາມ ມີຊີວິດການເປັນຢູ່ປົກກະຕິ, ເຄົາລົບນັບຖືກົດໝາຍຂອງປະເທດປະຈໍາຖິ່ນ. ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນມິດຕະພາບລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ”.

(ແຫຼ່ງຄັດຈາກ VOV)


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມ​ິງ​ຈິງ ແລະ ທ່ານ​ຮອງ​ປະ​ທານ​າ​ທິ​ບໍ​ດີ ຕວັກ​ກີ ​ຖະ​ແຫຼງ​ຂ່າ​ວ​ສື່ມວນ​ຊົນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມ​ິງ​ຈິງ ແລະ ທ່ານ​ຮອງ​ປະ​ທານ​າ​ທິ​ບໍ​ດີ ຕວັກ​ກີ ​ຖະ​ແຫຼງ​ຂ່າ​ວ​ສື່ມວນ​ຊົນ

ຕອນບ່າຍວັນທີ 29 ພະຈິກ ຕາມເວລາທ້ອງຖິ່ນ, ຢູ່ຕວັກກີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານຮອງປະທານາທິບໍດີ ຕວັກກີ Cevdet Yilmaz ໄດ້ຖະແຫຼງຂ່າວສື່ມວນຊົນພາຍຫຼັງການເຈລະຈາ.

Top