• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ

ຫວຽດນາມ ສະເໜີໃຫ້ 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມືແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮັກສາກົນໄກເຈລະຈາ, ໃຫ້ຄຳປຶກສາ, ແລກປ່ຽນຂໍ້ມູນ
  ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ (ພາບ: VNA)  

ຕ​ອ​ນບ​່າຍ​ວັນ​ທີ 05 ສິງ​ຫາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທີ່ ຮ​່າ​ໂນ້ຍ, ໃນ​ການ​ຕ້ອນ​ຮັບ​ທ່ານ Mohamed Khaled bin Nordin, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ ທີ່​ພວມ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ, ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຢືນ​ຢັນ​ວ່າ ຫວຽດ​ນາມ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ; ຮັກ​ສາ​ກົນ​ໄກ​ເຈ​ລະ​ຈາ, ໃຫ້​ຄຳ​ປຶກ​ສາ, ແລກ​ປ່ຽນ​ຂໍ້​ມູນ; ຊົມ​ເຊີຍ​ການ​ນຳ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ກຳ​ລັງ​ປະ​ກອບ​ອາ​ວຸດ ມາ​ເລ​ເຊຍ ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ ຄັ້ງ​ທີ 3 ແລະ ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດ​ປ້ອງ​ກັນ​ຊາດ​ຂອງ ມາ​ເລ​ເຊຍ ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ​ທີ່​ງານ​ວາງ​ສະ​ແດງ, ເຊິ່ງ​ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ປີ 2026 ຢູ່ ຮ່າ​ໂນ້ຍ.

ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ ຢືນ​ຢັນ​ວ່າ ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ປ​້ອງ​ກັນ​ຊາດ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ບັນ​ລຸ​ບັນ​ດາ​ໝາກ​ຜົນ​ຢ່າງ​ແທ້​ຈິງ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ 2 ຝ່າຍ​ລະ​ຫວ່າງ 2 ປະ​ເທດ ແລະ ສ້າງ​ປະ​ຊາ​ຄົມ ອາ​ຊຽນ ໃຫ້​ນັບ​ມື້​ນັບ​ໝັ້ນ​ຄົງ​ເຂັ້ມ​ແຂງ.

(ແຫຼ່ງຄັດຈາກ VOV)

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ: ພ້ອມກັນສ້າງປະຊາຄົມ ອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ: ພ້ອມກັນສ້າງປະຊາຄົມ ອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄົບຮອບ 59 ປີ, ວັນເຊັນສົນທິສັນຍາໄມຕີຈິດ ແລະ ການຮ່ວມມື ຢູ່ ອາຊີຕາເວັນອອກສ່ຽງໃຕ້ (TAC) ຄົບຮອບ 50 ປີ ແລະ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ຄົບຮອບ 31 ປີ,

Top