• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ: ຮີບເຮັ່ງນຳກົດໝາຍເຂົ້າສູ່ຊີວິດ

ຕາມບົດລາຍງານທີ່ກອງປະຊຸມ, ສຳລັບກົດໝາຍ, ມະຕິ 20 ສະບັບທີ່ຮັບຮອງເອົາໃນກອງປະຊຸມວິສາມັນຄັ້ງທຳອິດ, ມີເອກະສານກຳນົດລາຍລະອຽດທີ່ຕ້ອງປະກາດໃຊ້ 28 ສະບັບ.
  ທີ່ກອງປະຊຸມ. (ພາບ: VOV)  

​ວັນ 25 ພະຈິກ, ຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ເປັນປະທານກອງປະຊຸມສຳ​ຫຼວດ​ຄືນ, ກ​ະ​ຕຸກ​ຊຸກ​ຍູ້​ຄວາມ​ຄືບໜ້າຂອງການ​ສ້າງ, ປະ​ກາດ​ໃຊ້​ບັນ​ດ​າ​ເອ​ກະ​ສານ​ກຳ​ນົດລາຍ​ລະ​ອ​ຽດ​ການ​ປະ​ຕິ​ບັດ​​ກົດ​ໝາຍ, ມະ​ຕິ​ສະ​ບັບ​ຕ່າງໆທີ່ສະພາແຫ່ງຊາດຊຸດທີ 16 ​ຫາກໍ່ຮອບ​ຮອງ​ເອົາໃນ​ໄລ​ຍະ​ຜ່ານ​ມາ.

ຕາມບົດລາຍງານ​ທີ່ກອງປະຊຸມ, ສຳລັບກົດໝາຍ, ມະຕິ 20 ສະບັບທີ່​ຮັບ​ຮອງ​ເອົາ​ໃນ​ກອງປະຊຸມວິສາມັນຄັ້ງທຳອິດ, ມີ​ເອກະ​ສານ​ກຳ​ນົດ​ລາຍ​ລະ​ອ​ຽດ​ທີ່​ຕ້ອງ​ປະ​ກາດ​ໃຊ້ 28 ສະບັບ. ມາຮອດປະຈຸບັນ, ​ມີອອກເອກະສານ 3 ສະບັບ​ໄດ້​ຮັບ​ການ​ປະ​ກາດ​ໃຊ້, ຍັງມີເອກະສານ 25 ສະບັບ​ສືບ​ຕໍ່​ສ້າງ​ໃຫ້​ສົມ​ບູນ​ແບບ. ທີ່ກອງປະຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລມິງຮຶງ, ຮຽກຮ້ອງວ່າ:

​ຈິດ​ໃຈ​ແມ່ນ​ເອ​ກະ​ສານ​ກຳ​ນົດ​ກົດ​ໝາຍ​ລາຍ​ລະ​ອ​ຽດ​ຂອງ​ລັດ​ຖະ​ບານ, ຂອງ​ບັນ​ດາ ກະຊວງ, ຂະ​ແໜງ​ການ ຕ້ອງສະ​ແດງ​ໃຫ້​ເຫັນ​ຖືກຈິດໃຈຂອງ​ການ​ປະ​ຕິ​ຮູບ​ກົດ​ໝາຍ, ຖືກ​ສິດ, ຖືກຂອບເຂດ. ບັນດາກະຊວງ​ເປັນ​ເຈົ້າ​ການຕ​້ອງຮັບຜິດຊອບ ແລະ ກະ​ຊວງ​ຍຸຕິທຳຕ້ອງທົບທວນຄືນເພື່ອຮັບປະກັນວ່າບໍ່​ວາງເງື່ອນໄຂ, ລະ​ບຽບ​ການ​ທີ່ບໍ່​ໄດ້​ກຳ​ນົດໃນກົດໝາຍ​ຕື່ມ​ອີກ; ໂດຍສະເພາະແມ່ນ​ບັນ​ດາ​ລະ​ບຽບ​ການກໍ່​ຄວາມສັບສົນ, ຫຍຸ້ງ​ຍາກ​ເມື່ອປະຕິບັດໃນ​ຕົວ​ຈິງ, ເຮັດໃຫ້​ຫຼູດ​ຜ່ອນ​ປະ​ສິດ​ທິ​ຜົນ​ຂອງນະໂຍບາຍ ຫຼື ກໍ່​ຄວາມ​ຫຍຸ້ງຍາກໃຫ້ແກ່​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງສ້າງແຜນການພັດທະນາເສດຖະກິດໃຫ້ບັນລຸການເຕີບໂຕສອງຕົວເລກໃຫ້ແກ່ປີ 2027

ທ່ານນາຍົກລັດຖະມົນຕີຮຽກຮ້ອງສ້າງແຜນການພັດທະນາເສດຖະກິດໃຫ້ບັນລຸການເຕີບໂຕສອງຕົວເລກໃຫ້ແກ່ປີ 2027

ກ່ຽວກັບແຜນການປີ 2027, ທ່ານນາຍົກລັດຖະມົນຕີໄດ້ເຫັນດີສ້າງມະຕິບໍລິຫານການເຕີບໂຕດ້ວຍທິດນຳ ມີຜູ້ຮັບຜິດຊອບຢ່າງຈະແຈ້ງ, ວຽກງານຈະແຈ້ງ, ຄວາມຄືບໜ້າຈະແຈ້ງ ແລະ ຜົນສົ້ນອອກຈະແຈ້ງ

Top