• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ: ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ເດັດດ່ຽວເພີ່ມລະດັບເຕີບໂຕໃຫ້ບັນລຸສອງຕົວເລກ

ລັດຖະບານຈະຕັດສິນໃຈປະຕິບັດບັນດາມາດຕະການເພື່ອຢືດໝັ້ນເປົ້າໝາຍແມ່ນຄວບຄຸມໄພເງິນເຟີ້ ແລະ ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ.
ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ. (ພາບ: VNA)

ຕອນເຊົ້າ​ວັນ​ທີ 04 ພະຈິກ, ຢູ່ ຮ່າໂນ້ຍ, ເມື່ອເປັນປະທານ ກອງ​ປະ​ຊຸມ​ປະ​ຈຳ​ເດືອນ ຕຸ​ລາ ປີ 2026 ຂອງລັດ​ຖະ​ບານ, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດ​ນາມ ຊີ້​ແຈ້ງວ່າ: ລັດຖະບານກຳນົດການຄວບຄຸມ​ໄພເງິນເຟີ້ ແລະ ຮັກສາເສດ​ຖະ​ກິດ​ມະ​ຫາ​ພາກ​ໃຫ້​ເປັນ​ປົກ​ກະ​ຕິແມ່ນບັນຫາສຳຄັນ​ທີ່​ສຸດ:

"ລັດຖະບານຈະຕັດ​ສິນ​ໃຈປະຕິບັດ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ຢືດ​ໝັ້ນ​ເປົ້າ​ໝາຍ​ແມ່ນຄວບຄຸມ​ໄພເງິນເຟີ້ ແລະ ຮັກສາເສດ​ຖະ​ກິດມະຫາພາກ​ໃຫ້​ເປັນ​ປົກ​ກະ​ຕິ. ພວກເຮົາບໍ່ສາມາດປະໃຫ້​ຮາກຖານ​ຄວາມ​ໝັ້ນ​ຄົງ​ຖືກ​ທຳ​ລາຍ. ​ຖ້າ​ເຮັດ​ໄດ້​ຄື​​ແນວນັ້ນ​ຈຶ່ງ​ຊ່ວຍ​ໃຫ້ການເຕີບໂຕບັນ​ລຸ​ບະ​ດັບສູງແຕ່ຍືນຍົງ ແລະ ຮັບປະກັນຊີ​ວິດສັງຄົມ. ນີ້ແມ່ນບັນຫາ​ໃຫຍ່​ທີ່ຕ້ອງໄດ້​ໃຫ້​ບຸ​ລິ​ມະ​ສິດ​ໃນ​ໄລ​ຍະສອງເດືອນທ້າຍ​​ປີແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ເພື່​ອ​ຮັກ​ສາ​ບັນ​ດາ​ໝວດ​ໜ້າ​ທີ່."

ກ່ຽວກັບວຽກ​ງານປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ, ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີກໍ່​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍສຳຄັນພົ້ນ​ເດັ່ນ​ຈຳ​ນວນ​ໜຶ່ງ​ເຊິ່ງສະພາແຫ່ງ​ຊາດ​ພວມ​ປຶກ​ສາຫາລື.

“ກ່ຽວກັບຮ່າງກົດໝາຍວ່າດ້ວຍການບໍລິຈາກ, ​ປ່ຽນ​ຖ່າຍເນື້ອ​ເຍື່ອ​ຮ່າງ​ກາຍ, ​ອະ​ໄວ​ຍະ​ວະ ແລະ ການບໍລິຈາກຮ່າງ​ກາຍ​ມະ​ນຸດ, ການເກັບສົບ, ສະເໜີ​ສືບ​​​ຕໍ່ກວດ​ກາຄືນ, ຄົ້ນ​ຄວ້າ​ຄວາມຄິດເຫັນ​ຂອງສະມາຊິກສະພາແຫ່ງຊາດ, ​ນັກຊ່ຽວຊານ ແລະ ປະຊາຊົນຢ່າງ​ລະ​ອຽດ ແລະ ລາຍງານຕໍ່ສະພາແຫ່ງຊາດຢ່າງ​ຄ​ົບ​ຖ້ວນ.”

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ລາວ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ລາວ

ວັນທີ 04 ພະຈິກ, ຢູ່ ຮ່າໂນ້ຍ ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດ ລາວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

Top