• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ: ສ້າງກົດໝາຍແມ່ນໜ້າທີ່ຈຸດສຸມ

      ໄລຍະທີ່ຜ່ານມາ, ໃນສະພາບການເກີດໂລກລະບາດ ໂຄວິດ - 19, ຫວຽດນາມຍັງຄົງບັນລຸການເຕີບໂຕເປັນບວກ, ສ່ວນໜຶ່ງທີ່ສຳຄັນແມ່ນຍ້ອນມີລະບອບລະບຽບການກົດໝາຍໄດ້ຮັບສ້າງໃຫ້ສົມບຸນແບບ ແລະ ການສົມທົບກັນໃນວຽກງານນີ້ໄດ້ເປັນຢ່າງດີ ລະຫວ່າງ ສະພາແຫ່ງຊາດ ແລະ ລັດຖະບານ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: nhandan.com.vn)
      ກ່າວຄຳເຫັນທີ່ກອງປະຊຸມ, ປັບປຸງກົດໝາຍໃຫ້ສົມບຸນແບບ ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 24 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ການສ້າງກົດໝາຍ ແມ່ນພື້ນຖານໃຫ້ແກ່ການພັດທະນາປະເທດແບບຍືນຍົງ, ແລະ ຫວຽດນາມ ໄດ້ຜັນຂະຫຍາຍແລະ ບັນລຸໄດ້ໝາກຜົນທີ່ສຳຄັນ. ໄລຍະທີ່ຜ່ານມາ, ໃນສະພາບການເກີດໂລກລະບາດ ໂຄວິດ - 19, ຫວຽດນາມຍັງຄົງບັນລຸການເຕີບໂຕເປັນບວກ, ສ່ວນໜຶ່ງທີ່ສຳຄັນແມ່ນຍ້ອນມີລະບອບລະບຽບການກົດໝາຍໄດ້ຮັບສ້າງໃຫ້ສົມບຸນແບບ ແລະ ການສົມທົບກັນໃນວຽກງານນີ້ໄດ້ເປັນຢ່າງດີ ລະຫວ່າງ ສະພາແຫ່ງຊາດ ແລະ ລັດຖະບານ.
            ທ່ານນາຍົກລັດຖະມົນຕີ ກໍ່ຕີລາຄາວ່າ ລັດຖະບານ ໄດ້ຜັນຂະຫຍາຍປະຕິບັດຍຸດທະສາດສ້າງກົດໝາຍໃຫ້ຄົບຊຸດ ດ້ວຍຍຸດທະສາດປະຕິຮູບ ຍຸຕິທຳດ້ວຍບັນດາໝາກຜົນຢ່າງລະອຽດ ແລະ ຕັ້ງໜ້າ. ວຽກງານປະຕິບັດກົດໝາຍນັບມື້ນັບໄດ້ຮັບຄວາມເອົາໃຈໃສ່ປະຕິບັດ ແລະ ບັນລຸຫຼາຍໝາກຜົນທີ່ຕັ້ງໜ້າ. ສະພາແຫ່ງຊາດໄດ້ສະໜັບສະໜູນລັດຖະບານໃນການສ້າງລະບົບກົດໝາຍໃນໄລຍະທີ່ຜ່ານມາ,ເຊິ່ງຊ່ວຍໃຫ້ການປັບປຸງລະບອບລະບຽບການບັນລຸໄດ້ໝາກຜົນຢ່າງຕັ້ງໜ້າກ່ວາອີກ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top