• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄປສຳຫຼວດຢູ່ບາງໂຮງງານ, ໂຄງການເຕັກໂນໂລຊີສູງຢູ່ ດ່ານັ້ງ

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ FPT ຕ້ອງສຸມໃສ່ເຂົ້າຂົງເຂດຫຼັກແຫຼ່ງຕາມທິດ ສຸມໃສ່ແຫຼ່ງກຳລັງ, ມີຈຸດສຸມ, ສ້າງເຄື່ອງໝາຍການຄ້າ FPT ຢ່າງແຮງກວ່າ.

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ FPT ຕ້ອງສຸມໃສ່ເຂົ້າຂົງເຂດຫຼັກແຫຼ່ງຕາມທິດ ສຸມໃສ່ແຫຼ່ງກຳລັງ, ມີຈຸດສຸມ, ສ້າງເຄື່ອງໝາຍການຄ້າ  FPT ຢ່າງແຮງກວ່າ.

    

(ທ່ານນາຍົກລັດຖະມົນຕີ  ຟ້າມມິນຈິງໄປ ຢ້ຽມຢາມ, ສຳຫຼວດເຂດຕົວເມືອງ ສຶກສາ- ເຕັກໂນໂລຊີ FPT City)

ໂດຍສືບຕໍ່ການໄປປະຕິບັດງານຢູ່ ດ່ານັ້ງ, ຕອນເຊົ້າວັນທີ 26 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໄປສຳຫຼວດບາງໂຮງງານ, ໂຄງການໃຫຍ່ໃນຂົງເຂດເຕັກໂນໂລຊີສູງໃນບໍລິເວນນະຄອນທະເລ ທາງພາກກາງ.

ເມື່ອໄປຢ້ຽມຢາມ, ສຳຫຼວດເຂດຕົວເມືອງ ສຶກສາ- ເຕັກໂນໂລຊີ FPT City, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ FPT ຕ້ອງສຸມໃສ່ເຂົ້າຂົງເຂດຫຼັກແຫຼ່ງຕາມທິດ ສຸມໃສ່ແຫຼ່ງກຳລັງ, ມີຈຸດສຸມ, ສ້າງເຄື່ອງໝາຍການຄ້າ  FPT ຢ່າງແຮງກວ່າ, ສ້າງລະບົບຊີວະພາບ FPT ໃນທົ່ວປະເທດ ແລະ ມຸ່ງໄປເຖິງການບືນຕົວອອກສູ່ໂລກ.

ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີໄດ້ໄປຢ້ຽມຢາມ, ສຳຫຼວດໂຮງງານຜະລິດເຄື່ອງອາໄຫລ່ອະວະກາດ ໂດຍກຸ່ມບໍລິສັດ Universal Alloy Corporation (UAC) ຂອງ ອາເມລິກາ ລົງທຶນ; ສຳຫຼວດການວາງແຜນສັງລວມທ່າກ່ຳປັ່ນ ລຽນຈ໋ຽວ.

(ແຫຼ່ງຄັດຈາກ VOV)

ເວທີປາໄສ ແຊງຊາງ ປັກກິ່ງ ປີ 2026 ມຸ່ງໄປເຖິງບັນດາຈຸດຮ້ອນເຮັ່ງດ້ານຄວາມໝັ້ນຄົງທົ່ວໂລກ

ເວທີປາໄສ ແຊງຊາງ ປັກກິ່ງ ປີ 2026 ມຸ່ງໄປເຖິງບັນດາຈຸດຮ້ອນເຮັ່ງດ້ານຄວາມໝັ້ນຄົງທົ່ວໂລກ

ວັນ​ທີ 08 ພຶດ​ສະ​ພາ, ມີ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຊາດ, ນັກ​ຮ​ຽນ​ຮູ້ ແລະ ຜູ້​ຕາງ​ໜ້າກວ່າ 120 ທ່ານ​ທີ່​ມາ​ຈາກກວ່າ 40 ປະ​ເທດ ພ້ອມ​ດ້ວຍ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ຈັດກຽມ​ເວ​ທີ​ປາ​ໄສແຊ​ງ​ຊາງ ປັກ​ກິ່ງ ແນ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ຈຸດ​ຮ້ອນ​ເຮັ່ງ​ດ້ານ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ ແລະ ສາ​ກົນ, ກໍ​ຄື​ໃນ​ອະ​ນາ​ຄົດ​ຂອງ​ການ​ບໍ​ລິ​ຫານ​ທົ່ວ​ໂລກ.

Top