• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ : ຕ້ານໂລກລະບາດຄືດັ່ງຕ້ານສັດຕູ

      ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທັງລອງ ໃຫ້ຮູ້ວ່າ: ຫວຽດນາມ ຕັ້ງເປົ້າໝາຍຈະສ້າງການຕ້ານທານໃນຊຸມຊົນໃນປີ 2021 ແຕ່ຄວາມຕ້ອງການວັກຊິນແມ່ນຫຼວງຫຼາຍ ໃນຂະນະທີ່ສະພາບຂາດເຂີນໃນທົ່ວໂລກ ຍັງບໍ່ທັນຫລຸດລົງເທື່ອ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP/Nhật Bắc )
      ຕອນເຊົ້າວັນທີ 29 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມທາງອອນລາຍທົ່ວປະເທດ ກ່ຽວກັບສະພາບການ, ມາດຕະການແກ້ໄຂອັນຮີບດ່ວນເພື່ອປ້ອງກັ້ນ, ຕ້ານໂລກລະບາດໂຄວິດ 19. ກ່າວຄຳເຫັນໄຂວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ: ສະພາບການໃໝ່, ການຜັນແປໃໝ່ທີ່ສັບສົນກ່ວາຂອງໂລກລະບາດ  ໄດ້ຮຽກຮ້ອງຕ້ອງມີບັນດາມາດຕະການແກ້ໄຂອັນຕັ້ງໜ້າ, ເໝາະສົມ ແລະ ມີປະສິດທິຜົນກ່ວາອີກ ຈຶ່ງຈະຄວບຄຸມ ແລະ ຍູ້ໂລກລະບາດໃຫ້ຖອຍໄປໄດ້, ພິເສດແມ່ນຢູ່ບັນດານະຄອນໃຫ່ຍ ແລະ ບັນດາເຂດອຸດສາຫະກຳ ຕາມຈິດໃຈລວມທີ່ວ່າ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ”.
      ເມື່ອລາຍງານທີ່ວາລະປະຊຸມ, ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທັງລອງ ເນັ້ນໜັກວ່າ:
      ປະຈຸບັນ, ຢູ່ຫວຽດນາມ ມີໂລກລະບາດສາຍພັນໃໝ່ຂອງອັງກິດ ແລະ ອິນເດຍ. ນີ້ແມ່ນສາຍພັນທີ່ອັນຕະລາຍທີ່ສຸດ, ທີມີຈຸດພິເສດແມ່ນໄດ້ແຜ່ລະບາດໄວ, ກ້ວາງໃນອາກາດ. ສະນັ້ນ ຈຶ່ງເຮັດໃຫ້ເພີ່ມຈຳນວນກໍລະນີຕິດເຊື້ອພະຍາດຢ່າງໄວວາ, ໃນໄລຍະສັ້ນໆ.
      ກ່ຽວກັບການປະຕິບັດຍຸດທະສາດການສັກວັກຊິນ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທັງລອງ ໃຫ້ຮູ້ວ່າ: ຫວຽດນາມ ຕັ້ງເປົ້າໝາຍຈະສ້າງການຕ້ານທານໃນຊຸມຊົນໃນປີ 2021 ແຕ່ຄວາມຕ້ອງການວັກຊິນແມ່ນຫຼວງຫຼາຍ ໃນຂະນະທີ່ສະພາບຂາດເຂີນໃນທົ່ວໂລກ ຍັງບໍ່ທັນຫລຸດລົງເທື່ອ. ຢູ່ຫວຽດນາມ, ຄຽງຂ້າງການຍູ້ແຮງການຄົ້ນຄ້ວາ, ຜະລິດວັກຊິນພາຍໃນປະເທດ, ກະຊວງສາທາລະນະສຸກ ກໍ່ໄດ້ຕັ້ງໜ້າເຈລະຈາ, ຊອກຫາທຸກແຫຼ່ງວັກຊິນໃນໂລກ. 
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top