ຂ່າວສານ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
ພິທີຖືກຈັດຂຶ້ນຢ່າງສົມກຽດຕາມພິທີທີ່ສະຫງວນໃຫ້ແກ່ປະມຸກລັດ. ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ປູກຕົ້ນໄມ້ເປັນທີ່ລະນຶກ ແລະ ດຳເນີນການເຈລະຈາ
ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຖືກດຳເນີນໃນສະພາບທີ່ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກວ້າງຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນ ພວມສືບຕໍ່ພັດທະນາຢ່າງດີງາມ, ມີປະສິດທິຜົນໃນຫຼາຍຂົງເຂດ. ສອງຝ່າຍພວມຕັ້ງໜ້າກະກຽມໃຫ້ແກ່ການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 50 ປີ ໃນປີ 2023. ຕາມລາຍການແລ້ວ, ໃນຂອບເຂດການຢ້ຽມຢາມຄັ້ງນີ້, ພ້ອມກັບການເຈລະຈາກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລ້ວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ເຂົ້າຮ່ວມກອງປະຊຸມຮ່ວມມືປ່ຽນແປງໃໝ່ອຸດສາຫະກຳ ແລະ ຫັນເປັນດີຈີຕອນ; ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້.
ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ແມ່ນເພື່ອແນໃສ່ນຳການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ເຂົ້າສູ່ລວງເລິກ, ຊຸກຍູ້ການຜັນຂະຫຍາຍໝາກຜົນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ ຫວຽດນາມ - ຍີ່ປຸ່ນ ແລະ ການພົວພັນອັນດີງາມລະຫວ່າງການນຳຂັ້ນສູງສອງປະເທດ ບົນພື້ນຖານ “ນ້ຳໃສໃຈຈິງ, ໄວ້ເນື້ອເຊື່ອໃຈ”; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດໃຫ້ແທດຈິງ, ຕອບສະໜອບຜົນປະໂຫຍດ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ.