• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຈີນ ຢ່າງ​ເປັນ​ຈົບ​ງາມ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ປະກາດເລື່ອງ ຫວຽດນາມ ຈະປະກອບ 10 ລ້ານໂດລາສະຫະລັດ ໃຫ້ແກ່ກອງທຶນພັດທະນາ ACMECS;
(ພາບ:TTXVN)

ຕອນຄ່ຳວັນທີ 8 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເດີນທາງມາຮອດ ຫວຽດນາມ ສິ້ນສຸດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ (GMS) ຄັ້ງທີ 8, ກອງປະຊຸມຂັ້ນສູງຍຸດທະສາດຮ່ວມມືເສດຖະກິດ Ayeyawady-Chao Phraya-Mekong (ACMECS) ຄັ້ງທີ 10, ກອງປະຊຸມຂັ້ນສູງຮ່ວມມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 11 ຢ່າງຈົບງາມ ແຕ່ວັນທີ 5-8 ພະຈິກ.

  ທີ່ບັນດາກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ບັນດາສະມາຊິກໃນຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຢັ້ງຢືນການເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜະດຂອບຂອງ ຫວຽດນາມ, ປະກອບສ່ວນກໍ່ສ້າງເຂດອະນຸພາກພື້ນແມ່ນ້ຳຂອງ, ພ້ອມທັງປະກອບສ່ວນປັບປຸງການພົວພັນຮ່ວມມືມິດຕະພາບກັບປະເທດເຈົ້າພາບ ຈີນ ແລະ ບັນດາຄູ່ຮ່ວມມື. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ປະກາດເລື່ອງ ຫວຽດນາມ ຈະປະກອບ 10 ລ້ານໂດລາສະຫະລັດ ໃຫ້ແກ່ກອງທຶນພັດທະນາ ACMECS; ແລະ ຈະສືບຕໍ່ຜັນຂະຫຍາຍໂຄງການທຶນສຶກສາ, ຮັບນັກສຶກສາ ກຳປູເຈຍ, ລາວ, ມຽນມາ ມາຮ່ຳຮຽນຢູ່ ຫວຽດນາມ.

  ການໄປປະຕິບັດງານຢູ່ ຈີນ ຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ດຳເນີນໄປໃນສະພາບການທີ່ການພົວພັນ ຫວຽດນາມ-ຈີນ ພວມໃນທ່າພັດທະນາອັນຕັ້ງໜ້າ, ທັງດ້ານຄຸນນະພາບ ແລະ ປະລິມານ ພາຍຫຼັງທີ່ສອງຝ່າຍ ເຫັນດີເປັນເອກະພາບ ຍົກລະດັບການພົວພັນຄູ່ຮ່ວມມື ຮ່ວມມືຍຸດທະສາດຮອບດ້ານ, ສ້າງປະຊາຄົມແບ່ງປັນອະນາຄົດ ທີ່ມີຄວາມໝາຍຍຸດທະສາດ (12/2023).

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top