• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະມີການສົນທະນາກັບຊາວໜຸ່ມ ກ່ຽວກັບການຫັນເປັນດິຈິຕອນ

ພາຍໃນງານກໍ່ໄດ້ເຕື້ອງເຖິງບັນດາກົນໄກ, ນະໂຍບາຍ, ແຫຼ່ງກຳລັງຂອງລັດ ໃນການໜູນຊ່ວຍ, ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງຊາວໜຸ່ມ ໃນວຽກງານການປະຕິບັດບັນດາເປົ້າໝາຍ ຂອງໂຄງການຫັນເປັນດິຈິຕອນແຫ່ງຊາດ, ຍ້ອງຍໍສັນລະເສີນການເຂົ້າຮ່ວມ ແລະ ອຸທິດສ່ວນຂອງຊາວໜຸ່ມດີເດັ່ນ ໃນການພັດທະນາເສດຖະກິດ-ສັງຄົມ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
(ພາບ:TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄົບຮອບ 93 ປີ (26/3/1931 – 26/3/2024), ວັນທີ 25 ມີນາ ທີ່ຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ ຈະພົບປະ ແລະ ສົນທະນາກັບຊາວໜຸ່ມ. ດ້ວຍຫົວຂໍ້ “ເສີມຂະຫຍາຍບົດບາດຂອງຊາວໜຸ່ມປະຈັນບານ ໃນຂະບວນການຫັນເປັນດິຈິຕອນແຫ່ງຊາດ”, ການໂອ້ລົມແບບເຊິ່ງໜ້າຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ກັບ ຊາວໜຸ່ມ ຈະປິ່ນອ້ອມກ່ຽວກັບແຜນນະໂຍບາຍ, ນະໂຍບາຍຂອງລັດ ທີ່ປະກາດໃຊ້ໃນປັດຈຸບັນຕໍ່ກັບພາລະກິດຫັນເປັນດິຈິຕອນແຫ່ງຊາດ. ພາຍໃນງານກໍ່ໄດ້ເຕື້ອງເຖິງບັນດາກົນໄກ, ນະໂຍບາຍ, ແຫຼ່ງກຳລັງຂອງລັດ ໃນການໜູນຊ່ວຍ, ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງຊາວໜຸ່ມ ໃນວຽກງານການປະຕິບັດບັນດາເປົ້າໝາຍ ຂອງໂຄງການຫັນເປັນດິຈິຕອນແຫ່ງຊາດ, ຍ້ອງຍໍສັນລະເສີນການເຂົ້າຮ່ວມ ແລະ ອຸທິດສ່ວນຂອງຊາວໜຸ່ມດີເດັ່ນ ໃນການພັດທະນາເສດຖະກິດ-ສັງຄົມ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.    

ເຂົ້າຮ່ວມໃນການໂອ້ລົມ ມີຜູ້ຕາງໜ້າການນຳບັນດາກະຊວງ, ຄະນະ, ຂະແໜງການ, ອົງການຈັດຕັ້ງຂັ້ນສູນກາງ ແລະ ຜູ້ແທນຊາວໜຸ່ມຕາງໜ້າໃຫ້ບັນດາກຸ່ມພະນັກງານ, ລັດຖະກອນ, ກຳລັງປະກອບອາວຸດ, ນັກທຸລະກິດໜຸ່ມ, ກຳມະກອນ, ນັກຮຽນ, ນັກສຶກສາ, ຊາວໜຸ່ມເຂດຊົນນະບົດ, ຊາວໜຸ່ມໃນຕົວເມືອງ; ຊາວໝຸ່ມຊົນເຜົ່າສ່ວນໜ້ອຍ, ຊາວໜຸ່ມຜູ້ເຊື່ອຖືທາງສາສະໜາ ແລະ ຊາວໜຸ່ມເປັນຄົນພິການ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top