• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ

      ທ່ານ ສອນໄຊ ສີພັນດອນ ຢັ້ງຢືນວ່າ ສືບຕໍ່ຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຝ່າຍລາວ ເພື່ອປະຕິບັດບັນດາເອກະສານ, ລະບຽບການເພື່ອຊຸກຍູ້ບັນດາໂຄງການຮ່ວມມືລະຫວ່າງ ສອງປະເທດໂດຍໄວ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນລາວ (ພາບ: VGP)
      ຕອນບ່າຍວັນທີ 24 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນລາວ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກ: ທຸກໆປີ, ຫວຽດນາມລວນແຕ່ບຸລິມະສິດທຶນ ODA ໃຫ້ແກ່ລາວ, ໃນນ້ັນ ມີ 5 ໂຄງການໄດ້ຮັບການເປີດສະຫຼອງ, ມີໂຄງການຕ່າງໆຈຳນວນໜຶ່ງໄດ້ຮັບການແກ້ໄຂຂໍ້ຫຍຸ້ງຍາກ ແລະ ຍູ້ແຮງຄວາມຄືບໜ້າ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເປັນຕົ້ນແມ່ນບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຕິດກັບປະເທດລາວ, ລ້ວນແຕ່ເພີ່ມທະວີການຮ່ວມມື. ລັດຖະບານ ຫວຽດນາມ ຈະມານະພະຍາຍາມໜູນຊ່ວຍໃຫ້ດີກ່າວອີກ, ກໍ່ຄືຍົກສູງຄຸນນະພາບໃນການບຳລຸງສ້າງບັນດານັກສຶກສາລາວ, ພ້ອມແລ້ວທີ່ຈະສົ່ງນັກຊ່ຽວຊານທີ່ດີເດັ່ນໄປຊ່ວຍເຫຼືອລາວໃນບັນດາຂົງເຂດ, ເປັນຕົ້ນແມ່ນການໃຫ້ຄຳປຶກສາກ່ຽວກັບນະໂຍບາຍເສດຖະກິດ ມະຫາພາກ.
            ທ່ານ ສອນໄຊ ສີພັນດອນ ຢັ້ງຢືນວ່າ ສືບຕໍ່ຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຝ່າຍລາວ ເພື່ອປະຕິບັດບັນດາເອກະສານ, ລະບຽບການເພື່ອຊຸກຍູ້ບັນດາໂຄງການຮ່ວມມືລະຫວ່າງ ສອງປະເທດໂດຍໄວ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະ ສອງຝ່າຍຢູ່ນອກກອງປະຊຸມສຸດຍອດການກະທຳ ດິນຟ້າອາກາດໂລກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະ ສອງຝ່າຍຢູ່ນອກກອງປະຊຸມສຸດຍອດການກະທຳ ດິນຟ້າອາກາດໂລກ

ທ່ີການພົບປະກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງການ ພັດທະນາປະສິດທິຜົນ ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ

Top