• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຮັດວຽກກັບກອງບັນຊາການທະຫານເຂດ 4

      ຕອນເຊົ້າວັນທີ 16 ຕຸລາ, ທີ່ນະຄອນວິງ (ແຂວງ ເງະອານ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງຢ້ຽມຢາມ, ເຮັດວຽກກະທັນຫັນກັບກອງບັນຊາການທະຫານເຂດ 4. 
            ການຢ້ຽມຢາມ ແລະ ເຮັດວຽກໄດ້ດຳເນີນໄປໃນສະພາບທີ່ກຳລັງປະກອບອາວຸດທະຫານເຂດ 4 ພວມມານະພະຍາຍາມຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ ເພື່ອຊ່ວຍເຫຼືອປະຊາຊົນພາກກາງຮັບມື, ແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພນ້ຳແກ່ງນ້ຳຖ້ວມຢ່າງຮ້າຍແຮງທີ່ສຸດນັບແຕ່ຕົ້ນປີມາຮອດປະຈຸບັນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຮັດວຽກກັບກອງບັນຊາການທະຫານເຂດ 4 (ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກເຖິງຈິດໃຈ “ທັງໝົດແມ່ນເພື່ອຊີວິດການເປັນຢູ່ທີ່ສະຫງົບສຸກຂອງປະຊາຊົນ, ກຽມພ້ອມສະຫຼະຊີວິດເພື່ອກູ້ເອົາປະຊາຊົນ, ຊ່ວຍປະຊາຊົນເມື່ອປະຊາຊົນປະສົບກັບເຄາະຮ້າຍ”, ເປັນຕົ້ນແມ່ນຢູ່ບັນດາບໍລິເວນ ເກີດໄພພິບັດທຳມະຊາດເປັນປະຈຳຄືຢູ່ທະຫານເຂດ 4. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຮຽກຮ້ອງໃຫ້ກະຊວງປ້ອງກັນປະເທດ ຫວຽດນາມ, ທະຫານເຂດ 4 ຈັດຕັ້ງງານສົບໃຫ້ສົມກຽດແກ່ບັນດາພະນັກງານ, ນັກຮົບທີ່ເສຍສະຫຼະຊີວິດໃນເຫດດິນເຈື່ອນຢູ່ເຂດເຂື່ອນໄຟຟ້ານ້ຳຕົກ ຣ່າວຈັງ 3 ເພື່ອສະແດງຄວາມເຄົາລົບນັບຖືຕໍ່ຜູ້ທີ່ເສຍສະຫຼະຊີວິດເພື່ອຊາດ.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຊີ້ນຳໃຫ້ທະຫານເຂດ 4 ຈົ່ງສືບຕໍ່ປະຕິບັດໜ້າທີ່ຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ແກ່ປະຊາຊົນເປັນຢ່າງດີ; ບໍ່ປະໃຫ້ເກີດກໍລະນີສຸກເສີນບັງເອີນ ໃນສະພາບທີ່ພາຍຸສືບຕໍ່ພັດເຂົ້າບໍລິເວນພາກກາງ.
            ແລະກໍ່ໃນຕອນບ່າຍວັນທີ 16 ຕຸລາ, ທີ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ບັນດາຮອງປະທານສະພາແຫ່ງຊາດ, ການນຳບັນດາອົງການຂອງສະພາແຫ່ງຊາດ ແລະ ພະນັກງານ, ລັດຖະກອນ, ພາລະກອນ, ແຮງງານຂຶ້ນກັບຫ້ອງວ່າການສະພາແຫ່ງຊາດທັງໝົດ ໄດ້ເຂົ້າຮ່ວມການບໍລິຈາກສະໜັບສະໜູນພໍ່ແມ່ປະຊາຊົນພາກກາງ ຫວຽດນາມ ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໄພພິບັດທຳມະຊາດ.
(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ກຳ​ນົດ​ການ​ຕິດ​ຕາມ​ກວດ​ກາ​ສູງ​ທີ່​ສຸດ​ໃຫ້​ແກ່​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ, ການ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ

ສະ​ພາ​ແຫ່ງ​ຊາດ​ກຳ​ນົດ​ການ​ຕິດ​ຕາມ​ກວດ​ກາ​ສູງ​ທີ່​ສຸດ​ໃຫ້​ແກ່​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ, ການ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ

ສະພາແຫ່ງຊາດຈະຕິດຕາມກວດກາການປະຕິບັດມະຕິເລກທີ 43 ຂອງສະພາແຫ່ງຊາດກ່ຽວກັບນະໂຍບາຍການເງິນ, ເງິນຕາໜູນຊ່ວຍໂຄງການຟື້ນຟູ, ພັດທະນາເສດຖະກິດ ສັງຄົມ

Top