ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຮັດວຽກກັບກອງບັນຊາການທະຫານເຂດ 4

      ຕອນເຊົ້າວັນທີ 16 ຕຸລາ, ທີ່ນະຄອນວິງ (ແຂວງ ເງະອານ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງຢ້ຽມຢາມ, ເຮັດວຽກກະທັນຫັນກັບກອງບັນຊາການທະຫານເຂດ 4. 
            ການຢ້ຽມຢາມ ແລະ ເຮັດວຽກໄດ້ດຳເນີນໄປໃນສະພາບທີ່ກຳລັງປະກອບອາວຸດທະຫານເຂດ 4 ພວມມານະພະຍາຍາມຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ ເພື່ອຊ່ວຍເຫຼືອປະຊາຊົນພາກກາງຮັບມື, ແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພນ້ຳແກ່ງນ້ຳຖ້ວມຢ່າງຮ້າຍແຮງທີ່ສຸດນັບແຕ່ຕົ້ນປີມາຮອດປະຈຸບັນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຮັດວຽກກັບກອງບັນຊາການທະຫານເຂດ 4 (ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກເຖິງຈິດໃຈ “ທັງໝົດແມ່ນເພື່ອຊີວິດການເປັນຢູ່ທີ່ສະຫງົບສຸກຂອງປະຊາຊົນ, ກຽມພ້ອມສະຫຼະຊີວິດເພື່ອກູ້ເອົາປະຊາຊົນ, ຊ່ວຍປະຊາຊົນເມື່ອປະຊາຊົນປະສົບກັບເຄາະຮ້າຍ”, ເປັນຕົ້ນແມ່ນຢູ່ບັນດາບໍລິເວນ ເກີດໄພພິບັດທຳມະຊາດເປັນປະຈຳຄືຢູ່ທະຫານເຂດ 4. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຮຽກຮ້ອງໃຫ້ກະຊວງປ້ອງກັນປະເທດ ຫວຽດນາມ, ທະຫານເຂດ 4 ຈັດຕັ້ງງານສົບໃຫ້ສົມກຽດແກ່ບັນດາພະນັກງານ, ນັກຮົບທີ່ເສຍສະຫຼະຊີວິດໃນເຫດດິນເຈື່ອນຢູ່ເຂດເຂື່ອນໄຟຟ້ານ້ຳຕົກ ຣ່າວຈັງ 3 ເພື່ອສະແດງຄວາມເຄົາລົບນັບຖືຕໍ່ຜູ້ທີ່ເສຍສະຫຼະຊີວິດເພື່ອຊາດ.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຊີ້ນຳໃຫ້ທະຫານເຂດ 4 ຈົ່ງສືບຕໍ່ປະຕິບັດໜ້າທີ່ຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ແກ່ປະຊາຊົນເປັນຢ່າງດີ; ບໍ່ປະໃຫ້ເກີດກໍລະນີສຸກເສີນບັງເອີນ ໃນສະພາບທີ່ພາຍຸສືບຕໍ່ພັດເຂົ້າບໍລິເວນພາກກາງ.
            ແລະກໍ່ໃນຕອນບ່າຍວັນທີ 16 ຕຸລາ, ທີ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ບັນດາຮອງປະທານສະພາແຫ່ງຊາດ, ການນຳບັນດາອົງການຂອງສະພາແຫ່ງຊາດ ແລະ ພະນັກງານ, ລັດຖະກອນ, ພາລະກອນ, ແຮງງານຂຶ້ນກັບຫ້ອງວ່າການສະພາແຫ່ງຊາດທັງໝົດ ໄດ້ເຂົ້າຮ່ວມການບໍລິຈາກສະໜັບສະໜູນພໍ່ແມ່ປະຊາຊົນພາກກາງ ຫວຽດນາມ ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໄພພິບັດທຳມະຊາດ.
(ແຫຼ່ງຄັດຈາກ VOV)


top