• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມພັດທະນາເຂດເສດຖະກິດຈຸດສຸມທົ່ງພຽງພາກເໜືອ

      ຕອນເຊົ້າວັນທີ 25 ມິຖຸນາ, ທີ່ແຂວງ ຮຶງອຽນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມພັດທະນາເຂດເສດຖະກິດຈຸດສຸມທົ່ງພຽງພາກເໜືອ. 

ກອງປະຊຸມພັດທະນາເຂດເສດຖະກິດຈຸດສຸມທົ່ງພຽງພາກເໜືອ
      ນີ້ແມ່ນກອງປະຊຸມປຶກສາຫາລືບັນດາມາດຕະການຊຸກຍູ້ການພັດທະນາເຂດ, ສ້າງບັນດາເປົ້າໝາຍຂອງແຜນການພັດທະນາເຂດໃຫ້ສຳເລັດ. ເຂົ້າຮ່ວມກອງປະຊຸມມີບັນດາຮອງລັດຖະມົນຕີ, ການນຳບັນດາກະຊວງ, ຂະແໜງການ; ການນຳທ້ອງຖິ່ນຕ່າງໆໃນເຂດ; ບັນດານັກຊ່ຽວຊານເສດຖະກິດ; ບັນດາວິສາຫະກິດ.
        ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກເຖິງບົດບາດຂອງບັນດາເຂດເສດຖະກິດຈຸດສຸມ, ແມ່ນກຳລັງໜູນສຳຄັນ ເພື່ອພັດທະນາເສດຖະກິດປະເທດຊາດ. ດັ່ງນັ້ນ, ເລື່ອງຈັດຕັ້ງບັນດາກອງປະຊຸມພັດທະນາແຕ່ລະເຂດ ເພື່ອກວດກາຄືນການຜັນຂະຫຍາຍບັນດາມາດຕະການ, ໜ້າທີ່ເຊິ່ງແມ່ນການຮຽກຮ້ອງຢ່າງຮີບດ່ວນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີບັນດາຜູ້ແທນ ຕີລາຄາເລື່ອງຜັນຂະຫຍາຍບັນດາກົນໄກ, ນະໂຍບາຍກ່ຽວກັບການວາງແຜນຜັງ, ການພັດທະນາຄົມມະນາຄົມ, ພັດທະນາວັດທະນະທຳ, ການທ່ອງທ່ຽວ, ການຄຸ້ມຄອງສິ່ງເສດເຫຼືອ, ການສະໜອງນ້ຳ…ຂອງເຂດ, ພ້ອມທັງຍົກອອກບັນດາບັນຫາທີ່ໄດ້ວາງອອກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ:
            “ເປົ້າໝາຍພັດທະນາເຂດເສດຖະກິດຈຸດສຸມເຂດທົ່ງພຽງພາກເໜືອ ຕ້ອງນຳໜ້າໃນວິທະຍາສາດເຕັກໂນໂລຊີ, ປ່ຽນແປງໃໝ່ປະດິດຄິດສ້າງ, ນຳໜ້າໃນ 3 ຂອດບຸກທະລຸຍຸດທະສາດ ແລະ ພິເສດແມ່ນສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ບົນເນື້ອໃນຈິດໃຈພັດທະນາເສດຖະກິດສັງຄົມ. ເປັນຕົ້ນແມ່ນວິທະຍາສາດເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດຄິດສ້າງຂອງເຂດຕ້ອງແມ່ນຈຸດສຸມໃນການພັດທະນາ. ເຮັດແຈ້ງຮູບແບບການເຕີບໂຕ, ນັ້ນແມ່ນເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ການເຕີບໂຕຂຽວ. ພວກເຮົາຄວນສ້າງຂໍ້ມູນທີ່ນຳໃຊ້ລວມໃນການປະຕິວັດອຸດສາຫະກຳຄັ້ງທີ 4 ເພື່ອປະຕິບັດເສດຖະກິດີຈີຕອນຂອງເຂດ."
        ເຂດເສດຖະກິດຈຸດສຸມທົ່ງພຽງພາກເໜືອລວມມີ 7 ແຂວງ, ນະຄອນຄື ຮ່າໂນ້ຍ, ຫາຍຟ່ອງ, ກ໋ວາງນິງ, ຫາຍເຢືອງ, ບັກນິງ, ຮຶງອຽນ ແລະ ຫວີງຟຸກ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top