• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມປ້ອງກັນ, ສະກັດກັ້ນໂຄວິດ-19

      ຕອນເຊົ້າວັນທີ 15 ພຶດສະພາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານທາງອອນລາຍ ເພື່ອປຶກສາຫາລືມາດຕະການສືບຕໍ່ປ້ອງກັນ, ສະກັດກັ້ນໂຄວິດ-19. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມປ້ອງກັນ, ສະກັດກັ້ນໂຄວິດ-19 (ພາບ: VGP)
      ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນໄລຍະຜ່ານມາ ບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ ແລະ ເກືອບ 1 ເດືອນແລ້ວ ບໍ່ມີຜູ້ຕິດເຊື້ອໃໝ່ໃນຊຸມຊົນ. ລັດຖະບານກໍໄດ້ຈັດຕັ້ງກອງປະຊຸມນາຍົກລັດຖະມົນຕີກັບບັນດາວິສາຫະກິດ ແນໃສ່ສົ່ງເສີມ, ປຸກລະດົມ ແລະ ແກ້ໄຂຄວາມຫຍຸ້ງຍາກ ເພື່ອໃຫ້ວິສາຫະກິດຟື້ນຟູການຜະລິດ, ຊຸກຍູ້ການເຕີບໂຕເສດຖະກິດ ແລະ ແກ້ໄຂວຽກເຮັດງານທຳ. ໄປຄຽງຄູ່ກັນນັ້ນ, ວຽກງານຮັບປະກັນຊີວິດສັງຄົມກໍ່ໄດ້ຮັບການປະຕິບັດເປັນຢ່າງດີ ແລະ ພວມສືບຕໍ່ຜັນຂະຫຍາຍ.
        ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາສະມາຊິກຄະນະປະຈຳລັດຖະບານ ຈົ່ງປຶກສາຫາລືກ່ຽວກັບເລື່ອງຊາວ ຫວຽດນາມ ທີ່ກັບມາຈາກຕ່າງປະເທດ ແລະ ກວດພົບຫລາຍກໍລະນີຕິດເຊື້ອໂຄວິດ-19. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີຖືວ່າ: ຄວນມີມາດຕະການທັງປະຕິບັດໄດ້ແຜນນະໂຍບາຍທີ່ມີລັກສະນະວັດທະນະທຳມະນຸດຂອງພັກ, ລັດ ທັງສະກັດກັ້ນການຕິດແປດເຊື້ອໃໝ່ຈາກພາຍນອກຢ່າງມີປະສິດທິຜົນ, ເໝາະສົມກັບເງື່ອນໄຂພາຍໃນປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ໃຫ້ຮູ້ວ່າ.
“ດ້ວຍສະພາບການນັ້ນ, ພາຍຫຼັງພິຈາລະນາຄຳເຫັນຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ອາດເວົ້າໄດ້ວ່າ ພວກເຮົາບໍ່ມີກໍລະນີຕິດໂລກລະບາດໃນຊຸມຊົນເປັນເວລາເກືອບ 1 ເດືອນແລ້ວ. ນີ້ແມ່ນຂ່າວດີສຳລັບພັກ, ລັດ ແລະ ປະຊາຊົນຫວຽດນາມ. ນີ້ແມ່ນກາລະໂອກາດເພື່ອດຶງດູດການລົງທຶນພັດທະນາປະເທດຊາດ, ໃນຂະນະທີ່ີຫຼາຍປະເທດຍັງບໍ່ທັນຫຼຸດພົ້ນອອກຈາກສະພາບຕິດແປດ, ແຜ່ລະບາດໃນວົງກວ້າງ”.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກເຖິງເລື່ອງລັດຖະບານຕັດສິນໃຈບໍລິຫານ ເພື່ອປະຕິບັດເປົ້າໝາຍການເຕີບໂຕໃຫ້ໄດ້ໃນລະດັບສູງສຸດ ແລະ ບໍ່ປະໃຫ້ພື້ນຖານເສດຖະກິດຊຸດໂຊມ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກະກຽມເງື່ອນໄຂ ເພື່ອຮັບເອົາກະແສເງິນລົງທຶນໃໝ່ເຂົ້າ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top