• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີໂຮນລັງ Mark Rutte

2 ຝ່າຍເຊື່ອໝັ້ນວ່າ, ເລື່ອງສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ ກັບຫວຽດນາມ (EVFTA) ເລີ່ມມີຜົນສັກສິດນັບແຕ່ເດືອນ ສິງຫາ 2020 ຈະແມ່ນກຳລັງໜູນສ້າງກາລະໂອກາດຢ່າງໃຫຍ່ຫຼວງໃຫ້ແກ່ບັນດາວິສາຫະກິດຫວຽດນາມ ແລະ ໂຮນລັງ ເປີດກວ້າງການພົວພັນຮ່ວມມື.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີໂຮນລັງ Mark Rutte (ພາບ: VTV)

ທີ່ການໂອ້ລົມສົນທະນາທາງໂທລະສັບໃນຕອນບ່າຍວັນທີ 30 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີໂຮນລັງ Mark Rutte ໄດ້ສະແດງຄວາມເພິງພໍໃຈກ່ຽວກັບການພັດທະນາຂອງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, ນັບທັງທາງດ້ານການເມືອງ-ການທູດ, ເສດຖະກິດ, ກໍຄືຮ່ວມມືໃນບັນດາຂົງເຂດກະສິກຳ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. 2 ຝ່າຍເຊື່ອໝັ້ນວ່າ, ເລື່ອງສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ ກັບຫວຽດນາມ (EVFTA) ເລີ່ມມີຜົນສັກສິດນັບແຕ່ເດືອນ ສິງຫາ 2020 ຈະແມ່ນກຳລັງໜູນສ້າງກາລະໂອກາດຢ່າງໃຫຍ່ຫຼວງໃຫ້ແກ່ບັນດາວິສາຫະກິດຫວຽດນາມ ແລະ ໂຮນລັງ ເປີດກວ້າງການພົວພັນຮ່ວມມື.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບບັນດາປະເທດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ພ້ອມກັບສົມທົບກັນຊຸກຍູ້ການແລກປ່ຽນການຄ້າ, ການໄປມາ ແລະ ຟື້ນຟູພື້ນຖານເສດຖະກິດຄືນໃໝ່.

ສ່ວນທ່ານນາຍົກລັດຖະມົນຕີ Mark Rutte ຕີລາຄາສູງບັນດາມາດຕະການ ແລະ ຄວາມມານະພະຍາຍາມ, ຄວາມຕັດສິນໃຈຂອງຫວຽດນາມ ໃນວຽກງານຄວບຄຸ້ມສະພາບການ, ປ້ອງກັນ, ຕ້ານການແຜ່ລະບາດຂອງໂລກລະບາດ.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ຂອງ ຫວຽດ​ນາມ ໃນ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ອັດ​ຖິ​ທະ​ຫານ​ ອາ​ເມ​ລິ​ກາ ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງ​ຄາມ

ອາ​ເມ​ລິ​ກາ ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ຂອງ ຫວຽດ​ນາມ ໃນ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ອັດ​ຖິ​ທະ​ຫານ​ ອາ​ເມ​ລິ​ກາ ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງ​ຄາມ

ອາເມລິກາ ຍັງຄົງມານະພະຍາຍາມຈົນສຸດຄວາມສາມາດເພື່ອຊອກຫາ ແລະ ຢັ້ງຢືນຂໍ້ມູນຢ່າງຄົບຖ້ວນກ່ຽວກັບບັນດາທະຫານທີ່ຫາຍສາບສູນໃນສົງຄາມ ຫວຽດນາມ ແລະ ຄວາມມານະພະຍາຍາມມະນຸດສະທຳນີ້ໄດ້ຮັບການຮັກສາ ຍ້ອນການຮ່ວມມືທີ່ມີມາຍາວນານຈາກລັດຖະບານ ຫວຽດນາມ.

Top