• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມກ່ຽວກັບວຽກງານຈັດຕັ້ງງານບຸນ Vesak 2019

ຕອນບ່າຍວັນທີ 05 ທັນວາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມເຮັດວຽກກ່ຽວກັບວຽກງານຈັດຕັ້ງງານບຸນ Vesak ສະຫະປະຊາຊາດ 2019.

ກອງປະຊຸມເຮັດວຽກກ່ຽວກັບວຽກງານຈັດຕັ້ງງານບຸນ Vesak ສະຫະປະຊາຊາດ 2019 (ພາບ: VGP)

Vesak ແມ່ນງານບຸນໄດ້ຈັດຕັ້ງໃນຂອບເຂດຂອງສະຫະປະຊາຊາດ ແລະ ໄດ້ຮັບການຈັດຕັ້ງ, ເຫັນດີ, ອຸປະຖຳ, ໜູນຊ່ວຍ ແລະ ສ້າງເງື່ອນໄຂຈາກລັດຖະບານບັນດາປະເທດຕ່າງໆ. ນີ້ເປັນຄັ້ງທີ 3 ທີ່ຫວຽດນາມ ຈັດຕັ້ງເຫດການນີິ້. ງານບຸນ Vesak 2019 ຄາດຄະເນວ່າ ຈະດຳເນີນຢູ່ແຂວງ ຮ່ານາມ ແຕ່ວັນທີ 12 – 14 ພຶດສະພາ 2019 ດ້ວຍຫົວຂໍ້ວ່າ: “ວິທີການສຳຜັດພຸດທະສາສະໜາກ່ຽວກັບການຊີ້ນຳນຳພາທົ່ວໂລກ ແລະ ຄວາມຮັບຜິດຊອບພ້ອມກັນແບ່ງປັນເພື່ອສັງຄົມໝັ້ນຄົງ”.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງເຫດການນີ້ ວ່າແມ່ນມີລັກສະນະ ແລະ ຖືວ່າ: ຜົນສຳເລັດຂອງເຫດການນີ້ ຈະປະກອບສ່ວນຍົກສູງທີ່ຕັ້ງບົດບາດ ຫວຽດນາມ; ພ້ອມທັງສະແດງໃຫ້ເຫັນທັດສະນະສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມ ໃນການເຄົາລົບ, ຮັບປະກັນສິດເສລີໃນການເຫລື້ອມໃສເຊື່ອຖືສາສະໜາ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີວ່າ ບັນດາທ້ອງຖິ່ນຄວນສົມທົບກັບສະມາຄົມພຸດທະສາສະໜາ ຫວຽດນາມ ຢ່າງແໜ້ນແຟ້ນ ໃນການຈັດຕັ້ງປະຕິບັດບັນດາວຽກງານທີ່ກ່ຽວຂ້ອງ, ເປັນຕົ້ນແມ່ນການກະກຽມພື້ນຖານດ້ານວັດຖຸ, ພື້ນຖານໂຄງລ່າງເພື່ອຮັບໃຊ້ງານບຸນ Vesak.

(ແຫຼ່ງຄັດຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top