• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີສະເຫລີມສະຫລອງ 185ປີ ແຫ່ງວັນສ້າງຕັ້ງແຂວງຮືງອຽນ


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກມອບ​ຫລຽນ​ເອ​ກະ​ລາດ​ຊັ້ນ​ຫນຶ່ງ​ໃຫ້​ແຂວງ​ຮືງ​ອຽນ
ພາບ:TTXVN

      ຕອນ​ເຊົ້າ​ວັນ​ທີ 11/12, ເມື່ອ​ເຂົ້າ​ຮ່ວມພິ​ທີ​ສະ​ເຫລີມ​ສະ​ຫລອງ 185 ປີ​ແຫ່ງວັນ​ສ້າງ​ຕັ້ງ​ແຂວງ ຮືງ​ອຽນ (1831-2016), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕາງ​ຫນ້າ​ໃຫ້​ພັກ​, ລັດ ໄດ້​ມອບ​ຫລຽນ​ໄຊ​ເອ​ກະ​ລາດ​ຊັ້ນ​ຫນຶ່ງ​ໃຫ້​ອົງ​ຄະ​ນະ​ພັກ, ອຳ​ນ​າດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ຮືງ​ອຽນ ເພື່ອ​ຮັບ​ຮູ້​ບັນ​ດາ​ຄຸນ​ງາມ​ຄວາມ​ດີ, ການ​ອຸ​ທິດ​ສ່ວນ​ອັນ​ໃຫຍ່​ຫລວງ​ຂອງ​ແຂວງ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້​ນ​ຫນັກ​ວ່າ: ແຂວງ ຮືງ​ອຽນ ແມ່ນ​ແຂວງ ມີ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ສູງກວ່າ​ລະ​ດັບ​ສະ​ເລ່ຍ​ຂອງ​ທົ່ວ​ປະ​ເທດ, ໂຄງປະ​ກອບ​ເສດ​ຖະ​ກິດ​ມີ​ການ​ຫັນ​ປ່ຽນ​ຢ່າງວ່ອງ​ໄວ​ຕາມ​ທິດ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ.
        “ໂດຍ​ແມ່ນ​ແຂວງ​ມີ​ທີ່​ຕັ້ງ​ພູມ​ສາດ​ດ້ານເສດ​ຖະ​ກິດ, ເງື່ອນ​ໄຂ​ທຳ​ມະ​ຊາດ, ສັງ​ຄົມ​ມີ​ຄວາມ​ສະ​ດວກ, ພິ​ເສ​ດ​ແມ່ນ​ປະ​ຕູ​ຂອງ​ນະ​ຄອນ​ຫລວງ, ໄລ​ຍະ​ຈະ​ມາ​ເຖິງ ແຂວງ ຮືງ​ອຽນ ຄວນ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​, ທ່າ​ໄດ້​ປຽບຢ່າງ​ສຸດ​ຂີດ, ແກ້​ໄຂ​ຂໍ້​ຈຳ​ກັດ, ຂໍ້​ຄົງ​ຄ້າງ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ. ແຂວງ ຄວນ​ລະ​ດົມ ແລະ ນຳ​ໃຊ້​ທຸກ​ແຫລ່ງ​ກຳ​ລັງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ຄົບ​ຊຸດ,ສູ້​ຊົນ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​, ຫນ້າ​ທີ່​ວາງ​ອອກ​ຢ່າງ​ສຳ​ເລັດ​ຜົນ.”
(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ດ້ວຍ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຈິດ​ໃຈ​ທົນ​ທານ, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ພ້ອມ​ກັບ​ຈິດ​ໃຈ​ເລີ່ມ​ຕົ້ນທຸ​ລະ​ກິດ Startup ແລະ ຄວາມ​ມຸ່ງ​ຫວັງອຸ​ທິດ​ສ່ວນ​ຢ່າງ​ແຮງກ້າ, ນັກ​ທຸ​ລະ​ກິດ ຫງວຽ​ນ​ທິ​ງາ ພ້ອມ​ກັບ​ຖັນ​ແຖວ​ໄດ້​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ ການ​ບໍ​ລິ​ການ ແລະ ການ​ເງິນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ມີ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ມີກຳ​ລັງ​ແກ້ງ​ແຍ້ງ​ສູງ.

Top