• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ, ອວຍພອນບຸນເຕັດຢູ່ນະຄອນ ຫາຍຟ່ອງ

ວັນທີ 30 ມັງກອນ, ເມື່ອລົງອວຍພອນບຸນເຕັດການນຳ ແລະ ປະຊາຊົນນະຄອນ ຫາຍຟ່ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຊົມເຊີຍນະຄອນ ທີ່ໄດ້ປະຕິບັດແຜນການປີ 2018 ຢ່າງດີເດັ່ນ. 

ໃນນັ້ນ, ຫາຍຟ່ອງ ແມ່ນທ້ອງຖິ່ນມີລະດັບການເຕີບໂຕເສດຖະກິດສູງສຸດໃນທົ່ວປະເທດ; ຂອບຂະໜາດພື້ນຖານເສດຖະກິດໄດ້ຍົກສູງຂຶ້ນ…ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ບັນດາໝາກຜົນນີ້ ແມ່ນພື້ນຖານສຳຄັນເພື່ອໃຫ້ ຫາຍຟ່ອງ ມີບາດກ້າວໃນຊຸມປີຕໍ່ໄປ.

ຫລັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມລານການຕ້ອນຮັບບຸນເຕັດເຕົ້າໂຮມກັນ 2019, ມອບຂອງຂວັນກ່ວາ 200 ພູດໃຫ້ກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກຂອງບໍລິສັດຫຸ້ນສ່ວນທ່າກ່ຳປັ່ນ ຫາຍຟ່ອງ.

        ແລະກໍ່ໃນວັນທີ 30 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີເປີດສະຫຼອງເຂດອະນຸສາວະລີນັກປະຕິວັດ ຫງວຽນດຶກແກງ, ເລຂາພັກຜູ້ທຳອິດຂອງນະຄອນ ຫາຍຟ່ອງ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ:

        ນະຄອນ ຫາຍຟ່ອງ ສືບຕໍ່ປະຕິບັດວຽກງານຄຸ້ມຄອງ, ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າ, ຄວາມໝາຍຂອງກິດຈະກຳເຂດອະນຸສາວະລີສະຫາຍ ຫງວຽນດຶກແກງ ເພື່ອກາຍເປັນສະຖານທີ່ແດງຂອງນະຄອນເວົ້າສະເພາະ, ຊົນຊັັ້ນກຳມະກອນ ແລະ ກຳມະບານ ຫວຽດນາມ ເວົ້າລວມ ໃນການສຶກສາແນວຄິດ, ມູນເຊື້ອການປະຕິວັດ; ພ້ອມທັງກາຍເປັນສະຖານທີ່ດຳເນີນຊີວິດຂອງຊຸມຊົນ, ສະຖານທີ່ທ່ອງທ່ຽວຈິດວິນຍານ, ມີກຳລັງດູດດື່ມສຳລັບກຳມະກອນ, ຊາວຜູ້ອອກແຮງງານທົ່ວປະເທດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມລານການຕ້ອນຮັບບຸນເຕັດເຕົ້າໂຮມກັນ 2019

ກິດຈະກຳເຂດອະນຸສາວະລີນັກປະຕິວັດ ຫງວຽນດຶກແກງ ໄດ້ເປີດສະຫຼອງເນື່ອງໃນໂອກາດສະເຫຼີມສະຫຼອງ 111 ປີແຫ່ງວັນຄ້າຍວັນເກີດຂອງທ່ານ ຫງວຽນດຶກແກງ (02/02/1908 – 02/02/2019).

  ແລະກໍ່ໃນວັນທີ 30 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ, ກວດກາວຽກງານກຽມພ້ອມສູ້ຮົບຢູ່ກອງບັນຊາການເຫຼົ່າທັບເຮືອ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top