• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີ-ປະທານເຂດ Flanders ແລະ ລັດຖະມົນຕີ-ປະທານເຂດ Wallonie

      ໃນຂອບເຂດການຢ້ຽມຢາມ ແບນຊິກ ຢ່າງເປັນທາງການ, ຕອນເຊົ້າວັນທີ 17 ຕຸລາ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫລວງ ບຣຸກແຊນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Geert Bourgeois ລັດຖະມົນຕີ - ປະເທດເຂດ Flanders.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ Geert Bourgeois
ລັດຖະມົນຕີ - ປະເທດເຂດ Flanders (ພາບ:TTXVN)
      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ເຂດ Flanders ໄດ້ ແລະ ພວມມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ ແລະ ຂະຫຍັນຂັນເຄື່ອນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີທ່ານລັດຖະມົນຕີ Geert Bourgeois ພ້ອມກັບອຳນາດການປົກຄອງເຂດ Flanders ສ້າງເງື່ອນໄຂໃຫ້ແກ່ການເຊື່ອມຕໍ່ການຮ່ວມມືລົງທຶນລະຫວ່າງບັນດາຄູ່ຮ່ວມມື 2 ຝ່າຍ ແນໃສ່ຂຸດຄົ້ນທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຂອງທັງ Flanders ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ ໃນໄລຍະພັດທະນາປະຈຸບັນ.
       ສ່ວນທ່ານ Geert Bourgeois ລັດຖະມົນຕີ - ປະເທດເຂດ Flanders ຢືນຢັນວ່າ: ເຂດ Flanders ປາດຖະໜາຢາກນຳການພົວພັນຮ່ວມມືກັບ ຫວຽດນາມ ພັດທະນາຢ່າງເລິກເຊິ່ງກ້ວາງຂວາງກ່ວາອີກ. ທ່ານ Geert Bourgeois ເນັ້ນໜັກວ່າ Flanders ສະໜັບສະໜູນເລື່ອງເຊັນ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໂດຍໄວ, ຖືນີ້ ແມ່ນໂອກາດທີ່ດີໃຫ້ການພັດທະນາການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ອີຢູ ກໍ່ຄື ຫວຽດນາມ ກັບເຂດ Flanders.
       ພາຍຫລັງການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ Geert Bourgeois ລັດຖະມົນຕີ - ປະເທດເຂດ Flanders ໄດ້ເປັນສັກຂີພິຍານພິທີລົງນາມບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງອຳນາດການປົກຄອງເຂດ Flanders ແລະ ລັດຖະບານ ຫວຽດນາມ.
ທີ່ການຕ້ອນຮັບທ່ານ Willy Borsus
ລັດຖະມົນຕີ - ປະທານເຂດ Waqllonie (ພາບ: TTXVN)
      ຕອນເຊົ້າວັນທີ 17 ຕຸລາ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມເວທີປາໄສ ວິສາຫະກິດ ຫວຽດນາມ - EU  ແລະ ແບນຊິກ. ກ່າວຄໍາເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງການຈັດຕັ້ງເວທີປາໄສນີ້ ແມ່ນມີຄວາມໝາຍທີ່ສຸດ ເພື່ອຊຸກຍູ້ການຮ່ວມມືລະຫວ່າງ ວິສາຫະກິດ ຫວຽດນາມ - EU  ແລະ ແບນຊິກ. ທ່ານຊີ້ແຈ້ງວ່າ ຫວຽດນາມ ແລະ EU ຍາມໃດກໍຖືເປັນສໍາຄັນ ຄູ່ຮ່ວມມືທີ່ມີມາແຕ່ດົນນານກັບແບກຊິກ. ທ່ານຫວັງວ່າ ຫວຽດນາມ ຈະເປັນຂົວເຊື່ອມຕໍ່ທີ່ດີ ເພື່ອໃຫ້ວິສາຫະກິດ EU  ແຊກຊຶມ ເຂົ້າຕະຫຼາດ ອາຊຽນ ໃນໄລຍະຈະມາເຖິງ.
ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 16 ຕຸລາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Willy Borsus ລັດຖະມົນຕີ - ປະທານເຂດ Waqllonie.
 (ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ພັກ​ຢູ່ Bangladesh ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ Bangladesh - ຫວຽດ​ນາມ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ພັກ​ຢູ່ Bangladesh; ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ Bangladesh - ຫວຽດ​ນາມ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະແດງຄວາມຫວັງຈະພ້ອມກັບ Bangladesh ປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ແລະ ຍູ້ແຮງການຮ່ວມມືໃນທຸກຂົງເຂດ, ໃນນັ້ນມີບັນດາຊ່ອງທາງພັກ ແລະ ພົບປະແລກປ່ຽນປະຊາຊົນ.

Top