• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບນັກຊ່ຽວຊານເສດຖະກິດ Philipp Rosler

ນັກຊ່ຽວຊານເສດຖະກິດ Philipp Rosler ເປັນຊາວ ເຢຍລະມັນ ເຊື້ອຊາດ ຫວຽດນາມ, ເຄີຍດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງເສດຖະກິດ ເຢຍລະມັນ.

ທີ່ການຕ້ອນຮັບ (ພາບ: VGP)

ທີ່ການຕ້ອນຮັບນັກຊ່ຽວຊານດ້ານເສດຖະກິດ Philipp Rosler ໃນວັນທີ 13 ມີນາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ແບ່ງປັນຂໍ້ມູນຂ່າວກ່ຽວກັບສະພາບການເສດຖະກິດສັງຄົມຂອງ ຫວຽດນາມ ໃນໄລຍະມໍ່ໆມານີ້ຄື: ເສດຖະກິດມະຫາພາກພັດທະນາດີໂດຍພື້ນຖານ; ລະບອບລະບຽບການ, ນະໂຍບາຍສ້າງເງື່ອນໄຂໃຫ້ແກ່ການພັດທະນາ, ການຜະລິດ, ດຳເນີນທຸລະກິດ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ທ່ານ Philipp Rosler ເປັນຜູ້ມີປະສົບການຫລາຍຢ່າງໃນຂົງເຂດເສດຖະກິດໂລກ, ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ທ່ານ Philipp Rosler ຈົ່ງສືບຕໍ່ມີບັນດາການປະກອບສ່ວນສຳລັບວິວັດການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ຢ່າງມີປະສິດທິຜົນກ່ວາອີກ, ເປັນຕົ້ນແມ່ນການພັດທະນາປະຊາຄົມວິສາຫະກິດ.

        ສ່ວນທ່ານ Philipp Rosler ໄດ້ຕີລາຄາສູງນະໂຍບາຍຂອງລັດຖະບານ ຫວຽດນາມ ໃນການຕັ້ງໜ້າໜູນຊ່ວຍບັນດານັກລົງທຶນສາກົນມາຜັນຂະຫຍາຍບັນດາໂຄງການຜະລິດດຳເນີນທຸລະກິດຢູ່ ຫວຽດນາມ. ນັກຊ່ຽວຊານເສດຖະກິດ Philipp Rosler ເປັນຊາວ ເຢຍລະມັນ ເຊື້ອຊາດ ຫວຽດນາມ, ເຄີຍດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງເສດຖະກິດ ເຢຍລະມັນ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top