ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Steven Vanackere, ອະດີດລັດຖະມົນຕີການຕ່າງປະເທດ ແບນຊິກ (ພາບ:Thong Nhat/TTXVN)
ທີ່ການຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮັບຮູ້ບັນດາຄໍາເຫັນປະກອບຂອງທ່ານ Steven Vanackere ຄື: ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ແບນຊິກ ໃນການພັດທະນາແບບຍືນຍົງ ແລະ ວິທະຍາສາດເຕັກໂນໂລຢີ; ການສຶກສາຊັ້ນມະຫາວິທະຍາໄລ; ແລກປ່ຽນຂໍ້ມູນຂ່າວສານເປັນປະຈໍາ, ໃນນັ້ນ, ຫວຽດນາມ ຄວນເພີ່ມທະວີການສະໜອງຂໍ້ມູນຂ່າວສານ ກ່ຽວກັບບັນດາຜົນງານ, ຄວາມມານະພະຍາຍາມທີ່ຕົນບັນລຸໄດ້ໃນການພັດທະນາເສດຖະກິດ-ສັງຄົມ ກັບ ລັດຖະບານທີ່ຕັ້ງໜ້າປະຕິຮູບ.... ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຫັນດີ ແລະ ຖືວ່າ ຄວາມສາມາດບົ່ມຊ້ອນໃນການພັດທະນາການຮ່ວມມືລະຫວ່າງສອງປະເທດຍັງໃຫຍ່ຫຼວງຢູ່,ໃນນັ້ນມີຂົງເຂດອຸດສາຫະກໍາການປຸງແຕ່ງ, ກະສິກໍາ ເຊິ່ງເປັນທ່າແຮງຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປີດປະຕູນໍາເຂົ້າບັນດາຜະລິດຕະພັນທີ່ເປັນທ່າແຮງຂອງແບນຊິກ ເພື່ອຮັບໃຊ້ການພັດທະນາຂອງຫວຽດນາມ.
ເມື່ອເນັ້ນໜັກເຖິງເລື່ອງ ຄະນະກໍາມະການເອີຣົບ ເປັນເອກະພາບກັນ ສະເໜີຕໍ່ ສະພາເອີຣົບ ແລະ ລັດຖະສະພາ ເອີຣົບ ຮັບຮອງເອົາ EVFTA ແມ່ນຂ່າວດີນັ້ນ, ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ສັນຍາດັ່ງກ່າວ ມີປະໂຫຍດໃຫ້ທັງ ອີຢູ ແລະ ຫວຽດນາມ, ນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຝ່າຍ; ພ້ອມທັງ ຢັ້ງຢືນທັດສະນະຂອງຫວຽດນາມ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ ແລະ ຈະສືບຕໍ່ມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນເສັ້ນທາງດັ່ງກ່າວ.
(ແຫຼ່ງຄັດຈາກ VOV)