• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ສິງກະໂປ ຢ້ຽມຢາມ ຫວຽດນາມ: ກຳລັງໜູນນຳການພົວພັນ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່

ນີ້ແມ່ນຄັ້ງທີ 5 ທີ່ທ່ານ ຫຼີິຊຽນຫຼົງ ມາຢ້ຽມຢາມ ຫວຽດນາມ ໃນຖານະຕຳແໜ່ງນາຍົກລັດຖະມົນຕີ, ເຊິ່ງສະແດງໃຫ້ເຫັນຄວາມໃກ້ຊິດ, ຕິດພັນລະຫວ່າງ ສິງກະໂປ - ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ເອງກັບ ຫວຽດນາມ.
  (ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ມາຍເຟືອກຢຸງ)  

ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີິຊຽນຫຼົງ ແລະ ພັນລະຍາ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 27-29 ສິງຫາ. ການຢ້ຽມຢາມໄດ້ຮັບຄວາມຫວັງວ່າ ຈະສ້າງກຳລັງໜູນເພື່ອນຳການພົວພັນຮ່ວມມື 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ມາຍເຟືອກຢຸງ ໄດ້ຢືນຢັນຄືດັ່ງກ່າວ ທີ່ການຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ໄທ, ທີ່ຕິດຕາມພາກພື້ນ ອາຊຽນ.

ຕາມທ່ານ ມາຍເຟືອກຢຸງ ແລ້ວ, ນີ້ແມ່ນຄັ້ງທີ 5 ທີ່ທ່ານ ຫຼີິຊຽນຫຼົງ ມາຢ້ຽມຢາມ ຫວຽດນາມ ໃນຖານະຕຳແໜ່ງນາຍົກລັດຖະມົນຕີ, ເຊິ່ງສະແດງໃຫ້ເຫັນຄວາມໃກ້ຊິດ, ຕິດພັນລະຫວ່າງ ສິງກະໂປ - ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ເອງກັບ ຫວຽດນາມ. ໃນຂອບເຂດການຢ້ຽມຢາມ, ພ້ອມກັບບັນດາການເຄື່ອນໄຫວທາງການທູດຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ກໍຈະເຂົ້າຮ່ວມຫຼາຍການເຄື່ອນໄຫວອື່ນອີກ. ຄາດວ່າ, 2 ປະເທດຈະລົງນາມໃນເອກະສານຮ່ວມມືຫຼາຍສະບັບ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ 2 ຝ່າຍໃຫ້ພັດທະນາຢ່າງຮອບດ້ານ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນລວມຂອງພາກພື້ນ ແລະ ໃນໂລກ.

ຢູ່ບົນເວທີສາກົນ, ຕາມທ່ານເອກອັກຄະລັດຖະທູດ ມາຍເຟືອກຢຸງ ແລ້ວ, 2 ປະເທດຕ້ອງສົມທົບຫຼັກໝັ້ນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາບັນຫາຫຼັກແຫຼ່ງ, ສອດຄ່ອງກັບຜົນປະໂຫຍດຂອງແຕ່ລະຝ່າຍ.

(ແຫຼ່ງຄັດຈາກ VOV)

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top