• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຢາກໃຫ້ນະຄອນໂຮ່ຈີມິນ ຮັກສາບົດບາດເປັນສູນກາງເສດຖະກິດຂອງທັງປະເທດ

      ຕອນເຊົ້າວັນທີ 14 ຕຸລາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກນະຄອນ ໂຮ່ຈີມິນ ຄັ້ງທີ 11.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ  (ພາບ: VGP)
      ຕາມບົດລາຍງານການເມືອງທີ່ກອງປະຊຸມໃຫຍ່ແລ້ວ, ໃນໄລຍະ 5 ປີ ຜ່ານມາ, ນະຄອນໂຮ່ຈີມິນ ຍັງຮັກສາບົດບາດແມ່ນສູນເສດຖະກິດແຖວໜ້າຂອງ ຫວຽດນາມ. ການເຕີບໂຕເສດຖະກິດສະເລ່ຍໃນໄລຍະ 2015 – 2020 ຄາດວ່າບັນລຸ 6,41%, ປະກອບສ່ວນ 22,2%ເຂົ້າໃນເສດຖະກິດຂອງທັງປະເທດ, 27% ງົບປະມານສູນກາງ. ນະຄອນໂຮ່ຈີມິນ ແມ່ນສູນອຸດສາຫະກຳ ແລະ ການບໍລິການໃຫຍ່ທີ່ສຸດຂອງຫວຽດນາມ. ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ນະຄອນໂຮ່ຈີມິນ ໃນອາຍຸການຜ່ານ, ທ່ານສະເໜີວ່າ:
        “ຕ້ອງກໍ່ສ້າງນະຄອນອັດສະລິຍະພັດທະນາໄວ, ຍືນຍົງ; ຮັກສາບົດບາດເປັນສູນກາງ ເສດຖະກິດຂອງທັງປະເທດ; ຍູ້ແຮງການພັດທະນາວັດທະນະທຳ, ຄວາມກ້າວໜ້າ ແລະ ຍຸຕິທຳໃນສັງຄົມ, ຍົກສູງສະຫວັດດີການສັງຄົມ, ສ້າງຄອບຄົວໃຫ້ມີຄວາມຜາສຸກ; ເພື່ອປະເທດຊາດ, ພ້ອມກັບປະເທດຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ; ນະຄອນໂຮ່ຈີມິນ ແມ່ນໃຈກາງທາງດ້ານເສດຖະກິດ, ການເງິນ, ການຄ້າ, ວິທະຍາສາດ - ເຕັກໂນໂລຢີ ແລະ ວັດທະນະທຳຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ນີ້ແມ່ນໜ້າທີ່ອັນໜັກໜ່ວງທີ່ສຸດ ແຕ່ກໍສະຫງ່າລາສີສຳລັບນະຄອນ”.
(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top