ຂ່າວສານ

ທ່ານນາຍົກລັດຖະມົນຕີ ຢາກໃຫ້ນະຄອນໂຮ່ຈີມິນ ຮັກສາບົດບາດເປັນສູນກາງເສດຖະກິດຂອງທັງປະເທດ

      ຕອນເຊົ້າວັນທີ 14 ຕຸລາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກນະຄອນ ໂຮ່ຈີມິນ ຄັ້ງທີ 11.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ  (ພາບ: VGP)
      ຕາມບົດລາຍງານການເມືອງທີ່ກອງປະຊຸມໃຫຍ່ແລ້ວ, ໃນໄລຍະ 5 ປີ ຜ່ານມາ, ນະຄອນໂຮ່ຈີມິນ ຍັງຮັກສາບົດບາດແມ່ນສູນເສດຖະກິດແຖວໜ້າຂອງ ຫວຽດນາມ. ການເຕີບໂຕເສດຖະກິດສະເລ່ຍໃນໄລຍະ 2015 – 2020 ຄາດວ່າບັນລຸ 6,41%, ປະກອບສ່ວນ 22,2%ເຂົ້າໃນເສດຖະກິດຂອງທັງປະເທດ, 27% ງົບປະມານສູນກາງ. ນະຄອນໂຮ່ຈີມິນ ແມ່ນສູນອຸດສາຫະກຳ ແລະ ການບໍລິການໃຫຍ່ທີ່ສຸດຂອງຫວຽດນາມ. ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ນະຄອນໂຮ່ຈີມິນ ໃນອາຍຸການຜ່ານ, ທ່ານສະເໜີວ່າ:
        ຕ້ອງກໍ່ສ້າງນະຄອນອັດສະລິຍະພັດທະນາໄວ, ຍືນຍົງ; ຮັກສາບົດບາດເປັນສູນກາງ ເສດຖະກິດຂອງທັງປະເທດ; ຍູ້ແຮງການພັດທະນາວັດທະນະທຳ, ຄວາມກ້າວໜ້າ ແລະ ຍຸຕິທຳໃນສັງຄົມ, ຍົກສູງສະຫວັດດີການສັງຄົມ, ສ້າງຄອບຄົວໃຫ້ມີຄວາມຜາສຸກ; ເພື່ອປະເທດຊາດ, ພ້ອມກັບປະເທດຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ; ນະຄອນໂຮ່ຈີມິນ ແມ່ນໃຈກາງທາງດ້ານເສດຖະກິດ, ການເງິນ, ການຄ້າ, ວິທະຍາສາດ - ເຕັກໂນໂລຢີ ແລະ ວັດທະນະທຳຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ນີ້ແມ່ນໜ້າທີ່ອັນໜັກໜ່ວງທີ່ສຸດ ແຕ່ກໍສະຫງ່າລາສີສຳລັບນະຄອນ”.
(ແຫຼ່ງຄັດຈາກ VOV)


top