• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຕ້ອນຮັບລັດຖະມົນຕີຜູ້ທີ 2 ດ້ານການເງິນ ແລະ ເສດຖະກິດ ບຣຸໄນ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ສະເໜີເພີ່ມທະວີການເຊື່ອມຕໍ່ 2 ພື້ນຖານເສດຖະກິດ ເພື່ອໜູນຊ່ວຍການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ.
  ທີ່ການຕ້ອນຮັບ (ພາບ: VGP)  

ຕອນບ່າຍວັນທີ 11 ກຸມພາ, ຢູ່ນະຄອນຫຼວງ Bandar Seri Begawan ປະເທດ ບຣຸໄນ Darussalam, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ໄດ້ຕ້ອນຮັບທ່ານລັດຖະມົນຕີຫ້ອງວ່າການນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີຜູ້ທີ 2 ກ່ຽວກັບການເງິນ ແລະ ເສດຖະກິດ ບຣຸໄນ  Amin Liew Abdullah.

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ສະເໜີເພີ່ມທະວີການເຊື່ອມຕໍ່ 2 ພື້ນຖານເສດຖະກິດ ເພື່ອໜູນຊ່ວຍການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ; ຊຸກຍູ້ການຮ່ວມມືໃນຂົງເຂດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ຄື: ກະສິກຳ, ລ້ຽງປູກສິນໃນນ້ຳ, ນ້ຳມັນອາຍແກັດ; ຄົ້ນຄວ້າເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່.

ສ່ວນທ່ານລັດຖະມົນຕີ Amin Liew Abdullah, ໃຫ້ຮູ້ວ່າ ຈະມານະພະຍາຍາມປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງຂອງ 2 ປະເທດທີ່ບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້, ໃນນັ້ນມີເລື່ອງສ້າງເງື່ອນໄຂສະດວກໃຫ້ບັນດາກະຊວງ, ຂະແໜງການ ແລະ ວິສາຫະກິດ 2 ປະເທດເພີ່ມທະວີການພົວພັນ, ຊຸກຍູ້ການຮ່ວມມືເສດຖະກິດ, ການລົງທຶນ.

ກ່ອນໜ້ານັ້ນ, ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ໄດ້ເຈົ້າຮ່ວມການໂອ້ລົມສົນທະນາໂຕະມົນກັບບັນດາວິສາຫະກິດພະລັງງານ ແລະ ນຳມັນອາຍແກັດຂອງ ບຣຸໄນ.

 

(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top