• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໜູນຊ່ວຍຢ່າງສຸດຂີດໃຫ້ແກ່ນະຄອນ ໂຮ່ຈີມິນ ແລະ ບາງແຂວງ, ນະຄອນທາງພາກໃຕ້ ຫວຽດນາມ

ຫ້ອງວ່າການລັດຖະບານຫາກໍ່ສົ່ງເອກະສາງທາງການໃນວັນທີ 15 ກໍລະກົດ ເຊິ່ງໄດ້ຊີ້ແຈ້ງວ່າ: ຈົ່ງສ້າງທຸກເງື່ອນໄຂສະດວກໃນການຮັບຜູ້ອອກແຮງງານ, ປະຊາຊົນຈາກນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນທາງພາກໃຕ້ ກັບເມືອທ້ອງຖິ່ນ ແລະ ຮັບປະກັນບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມໂຮງໝໍຫຼາຍຂະແໜງເມືອນ ເຕີນຈູ ເມື່ອວັນທີ 10 ກໍລະກົດ. (ພາບປະກອບ: VGP)

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ຫາກໍ່ຊີ້ນຳໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈົ່ງຜັນຂະຫຍາຍບາງມາດຕະການຮີບດ່ວນເພື່ອໜູນຊ່ວຍນະຄອນ ໂຮ່ຈີມິນ  ແລະ ບາງແຂວງ, ນະຄອນທາງພາກໃຕ້ຫວຽດນາມ ຢ່າງທັນການ ເພື່ອຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢ່າງມີປະສິດທິຜົນ, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ.

        ຫ້ອງວ່າການລັດຖະບານຫາກໍ່ສົ່ງເອກະສາງທາງການໃນວັນທີ 15 ກໍລະກົດ ເຊິ່ງໄດ້ຊີ້ແຈ້ງວ່າ: ຈົ່ງສ້າງທຸກເງື່ອນໄຂສະດວກໃນການຮັບຜູ້ອອກແຮງງານ, ປະຊາຊົນຈາກນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນທາງພາກໃຕ້ ກັບເມືອທ້ອງຖິ່ນ ແລະ ຮັບປະກັນບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ; ຮັບປະກັນແຫຼ່ງສະໜອງສິນຄ້າ, ເຄື່ອງໃຊ້ທີ່ຈຳເປັນເພື່ອຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ; ຮັບປະກັນບັນດາການເຄື່ອນໄຫວຄົມມະນາຄົມຂົນສົ່ງລະຫວ່າງບັນດາທ້ອງຖິ່ນ ແລະ ນະຄອນ ສຳລັບບັນດາສິນຄ້າທີ່ຮັບໃຊ້ໃຫ້ແກ່ການເຄື່ອນໄຫວເສດຖະກິດ, ສັງຄົມ; ພ້ອມກັນນັ້ນ, ກໍ່ຮັບປະກັນການຄວບຄຸ້ມໂລກລະບາດຕາມຂໍ້ກຳນົດ.

        ກວດກາຄືນ, ຈັດແບ່ງຢ່າງທັນການ, ໃຫ້ບຸລິມະສິດແຫຼ່ງວັກຊິນແກ່ນະຄອນ ແລະ ບາງແຂວງ, ນະຄອນທາງພາກໃຕ້ ເພື່ອປະຕິບັດຍຸດທະສາດສັກວັກຊິນ ໂດຍມີວິທະຍາສາດ, ເໝາະສົມ, ປອດໄພ, ມີປະສິດທິຜົນ ແລະ ທັນການໃຫ້ແກ່ບັນດາເປົ້າໝາຍຕາມຂໍ້ກຳນົດໃຫ້ເປັນຢ່າງດີ.

        ໃນເຫດການທີ່ກ່ຽວຂ້ອງ, ກະຊວງສາທາລະນະສຸກຫວຽດນາມ ໄດ້ມີຂໍ້ຕົກລົງເຊັນອະນຸມັດໂດຍມີເງື່ອນໄຂໃຫ້ຕາມຄວາມຕ້ອງການຮີບດ່ວນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ສຳລັບວັກຊິນກັນໂຄວິດ-19 Janssen ໂດຍບໍລິສັດ Johnson& Johnson (ຫວຽດນາມ) ຈຳກັດ ສະໜອງ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top