• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢ້ຽມຢາມແຂວງ ບັກຢາງ ແລະ ບັກນິງ- 2 ແຂວງຖືກຜົນສະທ້ອນຫຼາຍທີ່ສຸດຈາກໂລກລະບາດໂຄວິດ-19

ບັກຢາງ ແລະ ບັກນິງ, ເຊິ່ງແມ່ນ 2 ທ້ອງຖິ່ນພວມຖືກຜົນສະທ້ອນຫຼາຍທີ່ສຸດຍ້ອນໂລກລະບາດໂຄວິດ-19.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຮັດວຽກກັບການນຳແຂວງ ບັກຢາງ. (ພາບ: VGP)

ຕອນບ່າຍວັນທີ 29 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງ ບັກຢາງ ແລະ ບັກນິງ, ເຊິ່ງແມ່ນ 2 ທ້ອງຖິ່ນພວມຖືກຜົນສະທ້ອນຫຼາຍທີ່ສຸດຍ້ອນໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດຂຶ້ນເຖິງ 1.880 ຄົນ ຢູ່ແຂວງ ບັກຢາງ ແລະ ກວ່າ 730 ຄົນຢູ່ແຂວງ ບັກນິງ.

ຢູ່ແຂວງ ບັກຢາງ, ບັນດາສະມາຊິກລັດຖະບານ ແລະ ລັດຖະມົນຕີໄດ້ຕອບບັນດາຂໍ້ສະເໜີຂອງການນຳແຂວງ ສຳລັບເລື່ອງເພີ່ມກຳລັງປ້ອງກັນ, ຕ້ານໂລກລະບາດ, ສັກວັກຊິນກັນໂຄວິດ-19, ນຳໃຊ້ເຕັກໂນໂລຊີໃນການປ້ອງກັນ, ຕ້ານໂລກລະບາດ, ຊ່ວຍທາງແຂວງແກ້ໄຂບັນດາຄວາມຫຍຸ້ງຍາກໃນການສົ່ງອອກໝາກລິນຈີ່ ແລະ ຍູ້ແຮງການຈຳໜ່າຍຢູ່ພາຍໃນປະເທດ… ກ່າວຄຳເຫັນສະຫຼຸບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ, ເພື່ອບັນລຸໄດ້ຜົນສຳເລັດໃນວຽກງານປ້ອງກັນ, ຕ້ານໂລກລະບາດ, ຕ້ອງລະດົມການເຂົ້າຮ່ວມຂອງລະບົບການເມືອງຮາກຖານ. ທ່ານນາຍົກລັດຖະມົນຕີ ກໍ່ເຫັນດີຕໍ່ກັບການນຳໃຊ້ເຕັກໂນໂລຊີສ້າງຮາກຖານຂໍ້ມູນ ເພື່ອແນໃສ່ຊ່ວຍເພີ່ມທະວີກຳລັງຕິດກຕາມ, ຄຸ້ມຄອງໃນການປ້ອງກັນ, ຕ້ານໂລກລະບາດ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຮັດວຽກຢູ່ແຂວງ ບັກນິງ. (ພາບ: VGP)

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ລົງໄປແຂວງ ບັກນິງ, ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແຂວງ ບັກນິງ ຈົ່ງສືບຕໍ່ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໃນຂອບເຂດກວ້າງກວ່າ; ຍູ້ແຮງການວິໄຈໃຫ້ແກ່ກຳມະກອນຢູ່ບັນດາເຂດອຸດສາະກຳ ແລະ ເຂດມີຄວາມສ່ຽງສູງ; ເສີມຂະຫຍາຍບົດບາດຂອງລະບົບການເມືອງຂັ້ນຮາກຖານໃນການປ້ອງກັນ, ຕ້ານໂລກລະບາດກັບທີ່.

ໃນເຫດການທີ່ກ່ຽວຂ້ອງ, ໂດຍຕອບສະໜອງຄຳຮຽກຮ້ອງຂອງທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທັງລອງ, ຮອດຕອນບ່າຍວັນທີ 29 ພຶດສະພາ, ມີພະນັກງານການແພດ, ນັກສຶກສາຢູ່ບັນດາໂຮງໝໍແພດສາດ 25.680 ຄົນ ກຽມພ້ອມໄປໜູນຊ່ວຍ 2 ແຂວງ ບັກຢາງ ແລະ ບັກນິງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top