• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປາດຖະໜາຢາກບັນດານັກລົງທຶນ ຍີ່ປຸ່ນ ຍູ້ແຮງການລົງທຶນເຂົ້າ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ປາດຖະໜາຢາກໃຫ້ບັນດານັກລົງທຶນ ຍີ່ປຸ່ນ ຈະຍູ້ແຮງການລົງທຶນເຂົ້າ ຫວຽດນາມ; ສະເໜີໃຫ້ ຍີ່ປຸ່ນ ໜູນຊ່ວຍ ຫວຽດນາມ ຍົກສູງມູນຄ່າລະບົບຜະລິດຕະພັນກະເສດ.
  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທ່ານ Nikai Toshihiro, ປະທານສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ແລະ ບັນດາສະມາຊິກຂອງຄະນະ (ພາບ: VGP)  

ຕອນບ່າຍວັນທີ 05 ພຶດສະພາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Nikai Toshihiro, ປະທານສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ແລະ ບັນດາສະມາຊິກຂອງຄະນະການນຳສະຫະພັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ປາດຖະໜາຢາກໃຫ້ບັນດານັກລົງທຶນ ຍີ່ປຸ່ນ ຈະຍູ້ແຮງການລົງທຶນເຂົ້າ ຫວຽດນາມ; ສະເໜີໃຫ້ ຍີ່ປຸ່ນ ໜູນຊ່ວຍ ຫວຽດນາມ ຍົກສູງມູນຄ່າລະບົບຜະລິດຕະພັນກະເສດ ຜ່ານການລົງທຶນ ແລະ ຖ່າຍທອດເຕັກໂນໂລຊີ; ຊຸກຍູ້ການນຳເຂົ້າບັນດາຜະລິດຕະພັນກະເສດຂອງ ຫວຽດນາມ; ຊຸກຍູ້ໃຫ້ລັດຖະບານ ຍີ່ປຸ່ນ ປະກາດກອງທຶນໜູນຊ່ວຍການທ່ອງທ່ຽວ, ການຮ່ຳຮຽນທີ່ສະຫງວນໃຫ້ນັກສຶກສາ ຫວຽດນາມ ໂດຍໄວ.

2 ຝ່າຍໄດ້ເຫັນດີເພີ່ມທະວີການພົບປະແລກປ່ຽນ, ຮ່ວມມື ລະຫວ່າງ 2 ປະເທດຢ່າງຮອບດ້ານ, ໂດຍສະເພາະແມ່ນການພົບປະແລກປ່ຽນລະຫວ່າງສະພາແຫ່ງຊາດ, ສະມາຊິກລັດຖະສະພາ ແລະ ປະຊາຊົນ 2 ປະເທດ; ສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ທ່ອງທ່ຽວ; ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ການພົບປະແລກປ່ຽນປະຊາຊົນ, ໂດຍສະເພາະແມ່ນລຸ້ນໜຸ່ມຂອງ 2 ປະເທດ.

ແລະກໍ່ໃນວັນທີ 05 ພຶດສະພາ, ກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊີນຂອງທ່ານ Joko Widodo ປະທານາທິບໍດີ ສ.ອິນໂດເນເຊຍ, ປະທານກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຈະນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42. ກອງປະຊຸມຈະດຳເນີນໃນລະຫວ່າງວັນທີ 09 –11 ພຶດສະພາ, ຢູ່Labuan Bajo, ປະເທດ ອິນໂດເນເຊຍ.

 

(ແຫຼ່ງຄັດຈາກ VOV)

ຕັດ​ສິນ​ຫຼາຍ​ບັນ​ຫາ​ຮີບ​ດ່ວນ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

ຕັດ​ສິນ​ຫຼາຍ​ບັນ​ຫາ​ຮີບ​ດ່ວນ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

ກອງປະຊຸມວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 12 ກຸມພາ, ຢູ່ຮ່າໂນ້ຍ. ຢູ່ກອງປະຊຸມຄັ້ງນີ້ (ດຳເນີນໃນລະຫວ່າງວັນທີ 12 – 19 ກຸມພາ), ສະພາແຫ່ງຊາດພິຈາລະນາ, ຕັດສິນຫຼາຍບັນຫາຮີບດ່ວນເພື່ອຮັບໃຊ້ການປະຕິວັດສັບຊ້ອນ, ປັບປຸງການຈັດຕັ້ງກົງຈັກ ໃຫ້ກະທັດລັດລົງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການສູງສຸດຂອງປະເທດຊາດໃນສັງກາດໃໝ່, ພ້ອມກັນນັ້ນແມ່ນການແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການເພື່ອຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ແລະ ບັນດາກົນໄກ, ນະໂຍບາຍພິເສດສຳລັບບາງໂຄງການ, ກິດຈະກຳສຳຄັນຂອງຊາດ.

Top