• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ເຂົ້າຮ່ວມກອງປະຊຸມຂັ້ນສູງ ສະຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ອາຊຽນ ແລະ ສະຫະພາບເອີຣົບ

ທ່ານນາຍົກກໍ່ໄດ້ສະເໜີ ອາຊຽນ ແລະ ເອີຣົບ ຖືສັນຕິພາບເປັນຈຸດປະສົງ, ການເຈລະຈາ, ຮ່ວມມືເປັນເຄື່ອງມື, ຖືສຳຄັນການເຄົາລົບກົດໝາຍ, ກົດບັດສະຫະປະຊາຊາດ ແລະ ບັນດາຄຸນຄ່າລວມ.
  ກອງປະຊຸມຂັ້ນສູງ ສະຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ອາຊຽນ ແລະ ສະຫະພາບເອີຣົບ  

ວັນທີ 14 ທັນວາ ຢູ່ ນະຄອນຫຼວງ Brussels,  ລາຊະອານາຈັກ ແບນຊິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນສູງ ສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ອາຊຽນ ແລະ ສະຫະພາບເອີຣົບ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຟ້າມມິງຈີ້ງ ໄດ້ເນັ້ນໜັກສອງຝ່າຍຕ້ອງຢືດໝັ້ນກັບເປົ້າໝາຍ, ປ່ຽນໃໝ່ຈິນຕະນາການ, ຕ້ອງມີການກະທຳຢ່າງເດັດດ່ຽວ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດພັດທະນາສົມດຸນ, ສະເໝີພາບ, ຜົນປະໂຫຍດກົມກຽວ, ແບ່ງປັນຄວາມສ່ຽງ; ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຈະຮ່ວມເດີນທາງ ກັບວິສາຫະກິດ ເອີຣົບ ເຂົ້າມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ພ້ອມກັນນັ້ນກໍ່ສະເໜີ ເອີຣົບ ຍົກເລີກ “ບັດເຫຼືອງ” IUU ສຳລັບສິນໃນນ້ຳ ຫວຽດນາມ ແລະ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ-ເອີຣົບ ໂດຍໄວ; ຫວຽດນາມໃຫ້ຄຳໝັ້ນສັນຍາໜັກແໜ້ນ ຕ້ານການປ່ຽນແປງຂອງດິນຟ້າອາກາດ, ພັດທະນາສີຂຽວ ແລະ ວັດຖະນາຖາວອນ.

ທ່ານນາຍົກກໍ່ໄດ້ສະເໜີ ອາຊຽນ ແລະ ເອີຣົບ ຖືສັນຕິພາບເປັນຈຸດປະສົງ, ການເຈລະຈາ, ຮ່ວມມືເປັນເຄື່ອງມື, ຖືສຳຄັນການເຄົາລົບກົດໝາຍ, ກົດບັດສະຫະປະຊາຊາດ ແລະ ບັນດາຄຸນຄ່າລວມ. ທ່ານນາຍົກຢືນຢັນວ່າ ຫຼັກໝັ້ນຂອງອາຊຽນ ກ່ຽວກັບທະເລຕາເວັນອອກ ສະເໜີອາຊຽນ ແລະ ເອີຣົບ ພ້ອມກັບບັນດາປະເທດ ກໍ່ສ້າງທະເລຕາເວັນອອກ ໃຫ້ກາຍເປັນເຂດທະເລສັນຕິພາບ, ໝັ້ນຄົງ, ຮ່ວມມື ແລະ ພັດທະນາຖາວອນ. ກ່ຽວກັບວິກິດການຢູ່ ຢູແກຼນ, ທ່ານນາຍົກ ໄດ້ສະເໜີໃຫ້ຕ້ອງເຄົາລົບຜົນປະໂຫຍດຖືກຕ້ອງຕາມກົດໝາຍ, ຊອບທຳ ແລະ ຄວາມກັງວົນຂອງທຸກໆຝ່າຍ, ພິເສດບູລິມະສິດແຖວໜ້າປະຈຸບັນແມ່ນຢຸດຕິສະພາບການສົງຄາມ, ປົກປັກຮັກສາພື້ນຖານໂຄງລ່າງທີ່ຈໍາເປັນ, ຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນ, ພ້ອມກັນນັ້ນຢືນຢັນທັດສະນະລວມຂອງ ອາຊຽນ ກ່ຽວກັບການແກ້ໄຂຄວາມຂັດແຍ່ງໂດຍສັນຕິວິທີ, ບໍ່ລົງຮອຍກັນບົນພື້ນຖານການເຄົາລົບກົດໝາຍສາກົນ…

ກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ອາຊຽນ ແລະ ສະຫະພາບເອີຣົບ. ໄດ້ຮັບຮອງເອົາຖະແຫຼງການຮ່ວມ ສ່ອງແສງບັນດາໝາກຜົນທີ່ບັນລຸໄດ້ໃນ 45 ປີຜ່ານມາ ແລະ ວາງທິດທາງໃນອານາຄົດ.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top