• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ແຂວງຮຶງອຽນຄວນພັດທະນາເສດຖະກິດສັງຄົມ ໄປຄຽງຄູ່ກັບການອະນຸລັກ, ເສີມຂະຫຍາຍມູນເຊື້ອວັດທະນະທຳ

      ຕອນເຊົ້າວັນທີ 23 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງແຂວງຮຶງອຽນ ກ່ຽວກັບວຽກງານກໍ່ສ້າງພັກ, ສະພາບການພັດທະນາເສດຖະກິດ - ສັງຄົມ ແລະ ວຽກງານກໍ່ສ້າງພັກ ປີ 2021, ທິດທາງ ແລະ ໜ້າທີປີ 2022.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VOV)
      ທ່ານນາຍົກລັດຖະມົນຕີ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງທຸກຂັ້ນ, ທຸກຂະແໜງການ, ປະຊາຄົມວິສາຫະກິດ, ປະຊາຊົນແຂວງ ຮຶງອຽນ ແລະ ໝາກຜົນຕັ້ງໜ້າໃນການພັດທະນາເສດຖະກິດ - ສັງຄົມປີ 2021, ມີການເຕີບໂຕເປັນໜ້າປະທັບໃຈ, ບັນດາຂົງເຂດມີການພັດທະນາຕາມລວງເລິກ, ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ອະນາຄົດ.
      ກ່ຽວກັບທິດທາງປະຕິບັດໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແຂວງ ຮຶງອຽນຍູ້ແຮງປະຕິບັດ 3 ຂອດບຸກທະລຸຍຸດທະສາດ: ກໍ່ສ້າງ, ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດການວາງແຜນຜັງຂອງແຂວງ; ສຸມໃສ່ລະດົມແຫຼ່ງກຳລັງລົງທຶນໃສ່ພື້ນຖານໂຄງລ່າງເສດຖະກິດ - ສັງຄົມ; ເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານໃຫ້ມີຊື່ສຽງ, ມີກຳລັງຄວາມສາມາດທີ່ໂດດເດັ່ນ. ກ່າວຄຳເຫັນທີ່ພິທີມອບຂໍ້ຕົກລົງວ່າດ້ວຍການລົງທຶນສະບັບຕ່າງໆ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງເນັ້ນໜັກວ່າ:
      ຂ້າພະເຈົ້າຮຽກຮ້ອງໃຫ້ອຳນາດການປົກຄອງທຸກຂັ້ນຂອງແຂວງຮຶງອຽນ ສືບຕໍ່ສ້າງທຸກເງື່ອນໄຂໃຫ້ແກ່ບັນດານັກລົງທຶນ ເພື່ອຜັນຂະຫຍາຍໂຄງການ, ຫຼຸດຂັ້ນຕອນປະຕິບັດລະບຽບການບໍລິຫານລົງ, ບຸກເບີກໜ້າພຽງໃຫ້ແກ່ບັນດານັກລົງທຶນໂດຍໄວ, ສ້າງເງື່ອນໄຂ, ພັດທະນາພື້ນຖານໂຄງລ່າງ, ເຊື່ອມຕໍ່ລະຫວ່າງຮ່າໂນ້ຍ ແລະ ສອງເສັ້ນທາງດ່ວນໄປສູ່ທາງທິດຕາເວັນອອກ ແລະ ທາງທິດໃຕ້. ນີ້ແມ່ນບັນດາເງື່ອນໄຂສຳຄັນທີ່ສຸດ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ນັກລົງທຶນ, ປະກອບສ່ນເຂົ້າໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ບັນດານັກລົງທຶນ
      ສຳລັບນັກລົງທຶນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ປະຕິບັດບັນດາຄຳໝັ້ນສັນຍາ ດ້ວຍການກະທຳຢ່າງລະອຽດ, ປະກອບສ່ວນດຶງດູດເຕັກໂນໂລຢີສູງ ມາຮຶງອຽນ ແລະ ຫວຽດນາມ, ປະຕິບັດພາລະກິດແຫ່ງການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ເປັນຢ່າງດີ, ຖ່າຍທອດວິທະຍາສາດໃນການຄຸ້ມຄອງບໍລິຫານ, ປະກອບສ່ວນເຂົ້າໃນວິວັດການຫັນເປັນນຳໃຊ້ຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ແລະ  ການພັດທະນາແບບຍືນຍົງ.  
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top