• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບຄະນະປະຈຳພັກແຂວງ ລາວກາຍ

ແຂວງ ລາວ ກາຍໄດ້ເຕົ້າໂຮມເງື່ອນໄຂສະດວກຢ່າງຄົບຖ້ວນເພື່ອພັດທະນາເປັນຂົ້ວເຕີບໂຕຂອງເຂດຊາຍແດນທາງພາກເໜືອ ແລະ ທົ່ວປະເທດ.
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ)

ໃນລາຍການໄປປະຕິບັດງານຢູ່ແຂວງ ລາວກາຍ, ຕອນບ່າຍວັນທີ 22 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບຄະນະປະຈຳພັກແຂວງ ລາວກາຍ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມປີ 2024 ແລະ ໜ້າທີໃນປີ 2025.

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ, ແຂວງ ລາວ ກາຍໄດ້ເຕົ້າໂຮມເງື່ອນໄຂສະດວກຢ່າງຄົບຖ້ວນເພື່ອພັດທະນາເປັນຂົ້ວເຕີບໂຕຂອງເຂດຊາຍແດນທາງພາກເໜືອ ແລະ ທົ່ວປະເທດ. ເພື່ອໃຫ້ແຂວງ ເພີ່ມຄວາມໄວ, ບຸກທະລຸ, ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແຂວງ ລາວກາຍ ຂຸດຄົ້ນ, ພັດທະນາເສດຖະກິດເຂດດ່ານຊາຍແດນ, ມີກົນໄກ, ນະໂຍບາຍລະດົມທຸກແຫຼ່ງກຳລັງຢ່າງສຸດຂີດໃຫ້ແກ່ການພັດທະນາ; ຍົກສູງປະສິດທິຜົນການດຶງດູດ ແລະ ນຳໃຊ້ແຫຼ່ງເງິນລົງທຶນ, ພິເສດແມ່ນແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ຮູບແບບຄູ່ຮ່ວມມືພາກລັດ - ເອກະຊົນ; ສຸມໃສ່ສ້າງແຂວງ ລາວກາຍ ໃຫ້ກາຍເປັນສູນເຊື່ອມຕໍ່ການແລກປ່ຽນການຄ້າລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອາຊຽນ ກັບເຂດທາງທິດຕາເວັນຕົກພາກໃຕ້ຂອງ ຈີນ.

ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປສຳຫຼວດໂຄງການລົງທຶນກໍ່ສ້າງເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ນີ້ແມ່ນໂຄງການສຳຄັນ, ຕ້ອງໄດ້ຮັບການຜັນຂະຫຍາຍໂດຍໄວ, ສະນັ້ນ, ລະບຽບການກໍ່ຄວນເຮັດກະທັດລັດເຂົ້າ ເພື່ອຮັບປະກັນໃຫ້ໂຄງການໄດ້ຮັບການຜັນຂະຫຍາຍໃນໄວໆນີ້.

 

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top