• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມແບບທາງໄກກັບການນຳແຂວງ ຕ່ຽນຢາງ, ກຽນຢາງ ກ່ຽວກັບວຽກງານຕ້ານ ໂຄວິດ - 19

      ຕອນເຊົ້າວັນທີ 13 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ເປັນປະທານກອງປະຊຸມແບບທາງໄກກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ກັບ 317 ຕາແສງ, ເທດສະບານເມືອງ, 26 ເມືອງ, ເທດສະບານ ແລະ ການນຳສອງແຂວງ ກຽນຢາງ, ຕຽນຢາງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມແບບທາງໄກກັບການນຳແຂວງ ຕ່ຽນຢາງ, ກຽນຢາງ ກ່ຽວກັບວຽກງານຕ້ານ ໂຄວິດ - 19
      ກ່າວສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ຂໍ້ສັງເກດວ່າ, ເຖິງວ່າບັນດາແຂວງ ກຽນຢາງ, ຕຽນຢາງ ໄດ້ມີຄວາມພະຍາຍາມຫຼາຍຢ່າງກໍຕາມແຕ່ ສະພາບການໂລກລະບາດຍັງບໍ່ທັນບັນລຸດັ່ງຫວັງ, ຄາດວ່າ, ສະພາບການອາດຈະສັບສົນກວ່າອີກ. ເພື່ອຄວບຄຸມໂລກລະບາດໄດ້ໂດຍໄວ, ບັນດາທ້ອງຖິ່ນ ຄວນຕິດຕາມປະຕິບັດຄຳຊີ້ນຳຢ່າງໃກ້ຊິດ, ໂດຍສະເພາະແມ່ນຄຳຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີ, ຄຳແນະນຳຂອງກະຊວງສາທາລະນະສຸກ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດ, ພິເສດແມ່ນແຜນນະໂຍບາຍຫັນທິດ “ຖືຕາແສງ, ເທດສະບານເມືອງເປັນ ປ້ອມໝັ້ນ; ປະຊາຊົນເປັນນັກຮົບ; ຖືປະຊາຊົນເປັນໃຈກາງເພື່ອຮັບໃຊ້, ເປັນເຈົ້າຂອງໃນວຽກງານປ້ອງກັນ, ຕ້ານໂລກລະບາດ”. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາທ້ອງຖິ່ນ ຈົ່ງພະຍາຍາມຄວບຄຸມໂລກລະບາດໂດຍໄວ, ຊ້າສຸດແມ່ນຮອດວັນທີ 30 ກັນຍາ ຕ້ອງຄວບຄຸມໂລກລະບາດໃຫ້ໄດ້.
(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

Top