• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດ G20 ແລະ ຢ້ຽມຢາມ, ເຮັດວຽກຢູ່ ບຣາຊິນ, ໂດມີນີກາ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການໄປຢ້ຽມຢາມຄັ້ງປະຫວັດສາດເຖິງ ໂດມີນີກາ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນ ຫວຽດນາມ ໄດ້ມາຮອດສະໜາມບິນສາກົນ ໂນ້ຍບາຍ (ພາບ: VGP)

ຕອນເຊົ້າວັນທີ 23 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນ ຫວຽດນາມ ໄດ້ມາຮອດສະໜາມບິນສາກົນ ໂນ້ຍບາຍ, ຮ່າໂນ້ຍ, ສິ້ນສຸດການໄປປະຕິບັດງານຢ່າງຈົບງາມເຂົ້າຮ່ວມກອງປະຊຸມສຸດຍອດບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ແລະ ເຮັດວຽກຢູ່ ບຣາຊິນ, ຢ້ຽມຢາມ ສ.ໂດມີນີກາ ຢ່າງເປັນທາງການ.

        ເຂົ້າຮ່ວມການເຄື່ອນໄຫວທັງໝົດໃນຂອບເຂດກອງປະຊຸມສຸດຍອດ G20, ຢູ່ Rio de Janeiro ຂອງ ບຣາຊິນ, ທ່ານນາຍົກລັດຖະມົນຕີໄດ້ມີບົດກ່າວປາໄສສຳຄັນທີ່ບັນດາວາລະປຶກສາຫາລື. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີກໍ່ໄດ້ພົບປະ 2 ຝ່າຍກັບການນຳກວ່າ 30 ປະເທດ, ບັນດາອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມ.

        ຢູ່ ບຣາຊິນ, ທ່ານນາຍົກລັດຖະມົນຕີມີການເຄື່ອນໄຫວອຸດົມສົມບູນຫຼາຍຢ່າງຢູ່ Rio de Janeiro; 2 ຝ່າຍໄດ້ອອກຖະແຫຼງການຮ່ວມ ຫວຽດນາມ  - ບຣາຊິນ ກ່ຽວກັບເລື່ອງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ.

        ພິເສດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການໄປຢ້ຽມຢາມຄັ້ງປະຫວັດສາດເຖິງ ໂດມີນີກາ, ເມື່ອເປັນການນຳຜູ້ທຳອິດຂອງ ຫວຽດນາມ ຢ້ຽມຢາມປະເທດນີ້ ພາຍຫຼັງເກືອບ 20 ແຫ່ງການສ້າງຕັ້ງການພົວພັນທາງການທູດ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢືນຢັນການສະໜັບສະໜູນບົດບາດຂອງ UNRWA ແລະ ບັນດາຄວາມພະຍາຍາມສັນຕິພາບ, ສ້າງສັນເຂດ ກາຊາ ຄືນໃໝ່

ຫວຽດນາມ ຢືນຢັນການສະໜັບສະໜູນບົດບາດຂອງ UNRWA ແລະ ບັນດາຄວາມພະຍາຍາມສັນຕິພາບ, ສ້າງສັນເຂດ ກາຊາ ຄືນໃໝ່

ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາຄູ່ຮ່ວມມືສາກົນເພື່ອປະກອບສ່ວນເຂົ້າໃນສັນຕິພາບແບບຍືນຍົງ ແລະ ຟື້ນຟູເຂດ ກາຊາ, ໂດຍອີງໃສ່ກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ.

Top