• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີຍີ່ປຸ່ນສືບຕໍ່ໜູນຊ່ວຍ ອາຊຽນຊຸກຍູ້ພັດທະນາຢ່າງສະໝ່ຳສະເໝີ

      ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຊີ້ແຈ້ງວ່າ ອາຊຽນ ແລະ ຍີ່ປຸ່ນ ຄວນຮ່ວມມືກັນຍົກສູງກຳລັງຄວາມສາມາດຮັບມືກັບກໍລະນີການແພດສຸກເສີນໃນອະນາຄົດ;  ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຟື້ນຟູ ແລະ ນຳລະບົບສະໜອງທີ່ຖືກຕັດຕອນຍ້ອນໂລກລະບາດໂຄວິດ - 19 ເປັນປົກກະຕິ, ສ້າງເງື່ອນໄຂສະດວກ ແລະ ໃຫ້ການໜູນຊ່ວຍຢ່າງສຸດຂີດເພື່ອໃຫ້ວິສາຫະກິດ, ນັກລົງທຶນ ຍີ່ປຸ່ນ ຮັກສາການຜະລິດ, ດຳເນີນທຸລະກິດເປັນປົກກະຕິຢູ່ ພາກພື້ນ ແລະ ຫວຽດນາມ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 24 (ພາບ: TTXVN)
      ຕອນເຊົ້າວັນທີ 27 ຕຸລາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ແລະ ການນຳບັນດາປະເທດອາຊຽນ, ນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio ແລະ ເລຂາທິການໃຫຍ່ອາຊຽນ Lim Jock Hoi ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 24.
            ຢູ່ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ Kishida Fumio ໄດ້ຢັ້ງຢືນຄຳໝັ້ນສັນຍາໜູນຊ່ວຍ ອາຊຽນໃນການຮັດແຄບໄລຍະຫ່າງການພັດທະນາ, ພັດທະນາອະນຸພາກພື້ນເພື່ອຈຳກັດຜົນກະທົບຈາກໂລກລະບາດໂຄວິດ-19, ລົງທຶນແຫຼ່ງກຳລັງຫຼາຍກວ່າເພື່ອຊ່ວຍອາຊຽນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາຂຽວ ແລະ ຍືນຍົງ… ເມື່ອແລກປ່ຽນກ່ຽວກັບສະພາບການໃນພາກພື້ນ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນໄດ້ຢັ້ງຢືນການສະໜັບສະໜູນຫຼັກໝັ້ນຂອງອາຊຽນກ່ຽວກັບທະເລຕາເວັນອອກ, ຊົມເຊີຍບົດບາດຂອງອາຊຽນໃນການຊຸກຍູ້ການຮ່ວມມື, ເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ພາກພື້ນ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ສ້າງກົດແຫ່ງການປະພຶດ ຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິພາບ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາຂອງສປຊກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982. ຍີ່ປຸ່ນກໍ່ຢັ້ງຢືນສະໜັບສະໜູນບົດບາດຂອງອາຊຽນ ໃນການຊຸກຍູ້ການເຈລະຈາ, ການໄກ່ເກ່ຍ, ການໜູນຊ່ວຍ ມຽນມາ ຊອກຫາມາດຕະການແກ້ໄຂສະພາບການໃຫ້ມີສະຖຽນລະພາບ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຊີ້ແຈ້ງວ່າ ອາຊຽນ ແລະ ຍີ່ປຸ່ນ ຄວນຮ່ວມມືກັນຍົກສູງກຳລັງຄວາມສາມາດຮັບມືກັບກໍລະນີການແພດສຸກເສີນໃນອະນາຄົດ;  ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຟື້ນຟູ ແລະ ນຳລະບົບສະໜອງທີ່ຖືກຕັດຕອນຍ້ອນໂລກລະບາດໂຄວິດ - 19 ເປັນປົກກະຕິ, ສ້າງເງື່ອນໄຂສະດວກ ແລະ ໃຫ້ການໜູນຊ່ວຍຢ່າງສຸດຂີດເພື່ອໃຫ້ວິສາຫະກິດ, ນັກລົງທຶນ ຍີ່ປຸ່ນ ຮັກສາການຜະລິດ, ດຳເນີນທຸລະກິດເປັນປົກກະຕິຢູ່ ພາກພື້ນ ແລະ ຫວຽດນາມ.
        ໄປຄຽງຄູ່ກັນນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍສະເໜີໃຫ້ ຍີ່ປຸ່ນ ຕັ້ງໜ້າໜູນຊ່ວຍບັນດາປະເທດ ອາຊຽນ ແລະ ຫວຽດນາມ ພັດທະນາພື້ນຖານໂຄງລ່າງຍຸດທະສາດ, ພັດທະນາຂຽວ, ຮ່ວມມືກັນຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ ແລະ ໜູນຊ່ວຍວິສາຫະກິດຟື້ນຟູພາຍຫຼັງໂລກລະບາດ.
(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top