• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະ ສອງຝ່າຍຢູ່ນອກກອງປະຊຸມສຸດຍອດການກະທຳ ດິນຟ້າອາກາດໂລກ

ທ່ີການພົບປະກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງການ ພັດທະນາປະສິດທິຜົນ ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງພົບປະກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron

ຕອນບ່າຍວັນທີ 2 ທັນວາ, ຕາມເວລາ ທ້ອງຖິ່ນ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດການກະທຳດິນ ຟ້າອາກາດໂລກ ໃນຂອບເຂດກອງປະຊຸມຄັ້ງທີ 28 ບັນດາຝ່າຍ ເຂົ້າຮ່ວມສົນທິສັນຍາແມ່ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງ ສປຊ (COP28) ຢູ່ ດູບາຍ, ສະຫະລັດ ອາຣັບ ເອມີເລັດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບປະທານາທິບໍດີ ຝລັ່ງ Emmanuel Macron; ທ່ານຮອງປະທານາທິບໍດີ UAE Sheikh Mansour bin Zayed Al Nahyan; ທ່ານຜູ້ອຳນວຍການໃຫຍ່ ທົ່ວໂລກ ກຸ່ມບໍລິສັດ  HSBC (ລາຊະອານາຈັກ ອັງກິດ) Noel Quinn; ທ່ານປະທານບໍລິຫານເວທີປາໄສ ເສດຖະກິດໂລກ (WEF) Borge Brende.

ທ່ີການພົບປະກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງການ ພັດທະນາປະສິດທິຜົນ ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ, ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື ແລະ ຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ເປັນເອກະພາບແລ້ວ ໃນການໂອ້ລົມ ທາງໂທລະສັບລະຫວ່າງ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ Macron ໃນວັນທີ 20 ຕຸລາ 2023. ທ່ານນາຍົກ ລັດຖະມົນຕີ ສະເໜີໃຫ້ ຝລັ່ງ ຊຸກຍູ້ຂັ້ນຕອນການໃຫ້ສັດຕະຍາບັນ ສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA).

ທີ່ການຕ້ອນຮັບທ່ານຮອງປະທານາທິບໍດີ UAE Sheikh Mansour bin Zayed Al Nahyan, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ຝ່າຍ UAE ເພີ່ມທະວີການລົງທຶນ, ໜູນຊ່ວຍ ຫວຽດນາມ ສ້າງ ແລະ ເຄື່ອນໄຫວສູນການເງິນສາກົນນະຄອນ ໂຮ່ຈີມິນ, ສູນນະວັດຕະກຳ ແຫ່ງຊາດ (NIC), ພັດທະນາບັນດານະຄອນ ອັດສະລິຍະ, ຜັນຂະຫຍາຍບັນດາໂຄງການພະລັງງານທົດແທນ, ພັດທະນາຂະແໜງອຸດສາຫະກຳ Halal... ເພື່ອຜັນຂະຫຍາຍບັນດາ ຄຳໝັ້ນສັນຍາລະຫວ່າງການນຳຂັ້ນສູງ ແລະ ສ້າງບຸກທະລຸໃນການ ຮ່ວມມືເສດຖະກິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ ສອງຝ່າຍສ້າງໜ່ວຍປະຕິບັດງານຮ່ວມໃນຂົງເຂດເສດຖະກິດ, ການລົງທຶນ.

ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ພົບປະກັບ ທ່ານ Noel Quinn, ຜູ້ອຳນວຍການໃຫຍ່ ທົ່ວໂລກກຸ່ມບໍລິສັດ HSBC
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງພົບປະກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron

ທີ່ການຕ້ອນຮັບທ່ານ Noel Quinn, ຜູ້ອຳນວຍການໃຫຍ່ ທົ່ວໂລກກຸ່ມບໍລິສັດ  HSBC (ລາຊະອານາຈັກ ອັງກິດ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະແດງຄວາມຂອບອົກຂອບໃຈ HSBC ທີ່ໄດ້ໜູນຊ່ວຍ ຫວຽດນາມ ໃນການຫັນເປັນສີຂຽວ. ຜູ້ອຳນວຍການໃຫຍ່ HSBC ຊົມເຊີຍ ຫວຽດນາມ ໄດ້ຕັ້ງໜ້າໃນວິວັດການຫັນເປັນສີຂຽວ, ຫລຸດຜ່ອນອາຍພິດລົງລະດັບສູນ; ທ່ານຕີລາຄາສູງແຜນການພັດທະນາພະລັງງານທົດແທນຂອງ ຫວຽດນາມ ແລະ ຢັ້ງຢືນວ່າຈະໜູນຊ່ວຍ ຫວຽດນາມ ໃນບັນຫານີ້. ຕາມນັ້ນແລ້ວ, HSBC ອາດຈະເພີ່ມທະວີການໃຫ້ກູ້ຢຶມເພື່ອລົງທຶນ ບັນດາໂຄງການພະລັງງານທົດແທນ, ໜູນຊ່ວຍບັນດານັກລົງທຶນສາກົນເອົາໃຈໃສ່ເຖິງ ຫວຽດນາມ.

ທີ່ການຕ້ອນຮັບທ່ານ Borge Brende, ປະທານບໍລິຫານ ເວທີປາໄສ ເສດຖະກິດໂລກ (WEF), ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະແດງຄວາມປິຕິຊົມຊື່ນໂດຍເຫັນວ່າການພົວພັນ ຫວຽດນາມ ແລະ WEF ນັບມື້ນັບພັດທະນາ; ແລະ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ຮັບບັນດາຄຳປຶກສາຂອງ WEF, ປະກອບສ່ວນຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ບັນດາເກີນດຸນໃຫຍ່ ໄດ້ຮັບປະກັນ; ອັດຕາແລກປ່ຽນເງິນຕາ, ດອກເບ້ຍໄດ້ຮັບປະກັນ, ຄາດວ່າ ຄຸນຄ່າສ່ວນເກີນການຄ້າຂອງທັງປີແມ່ນ 25 ຕື້ໂດລາສະຫະລັດ...

 

 

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top