• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ອີຢິບ Mostafa Madbouly

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງບົດບາດ, ທີ່ຕັ້ງຂອງ ອີຢິບ ຢູ່ພາກພື້ນ ແລະ ບັນດາເວທີປາໄສຫຼາຍຝ່າຍ.
(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ອີຢິບ Mostafa Madbouly)

ວັນທີ 29 ກັນຍາ, ໃນຂອບເຂດການເຂົ້າຮ່ວມກອງປະຊຸມຂໍ້ລິເລີ່ມການລົງທຶນອະນາຄົດຄັ້ງທີ 8 (FII8), ຢູ່ນະຄອນຫຼວງ Riyadh ແລະ ຢ້ຽມຢາມ, ເຮັດວຽກຢູ່ ອາຣັບບີຊະອຸດີ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ອີຢິບ Mostafa Madbouly.

        ທີ່ການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງບົດບາດ, ທີ່ຕັ້ງຂອງ ອີຢິບ ຢູ່ພາກພື້ນ ແລະ ບັນດາເວທີປາໄສຫຼາຍຝ່າຍ. ທ່ານສະເໜີໃຫ້ 2 ປະເທດຕັ້ງໜ້າຊຸກຍູ້ການພົວພັນໃນທຸກດ້ານເພື່ອພັດທະນາກວ່າອີກ, ມຸ່ງໄປເຖິງການຍົກລະດັບການພົວພັນລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່. ສ່ວນທ່ານນາຍົກລັດຖະມົນຕີ ອີຢິບ Mostafa Madbouly ປາດຖະໜາຢາກຊຸກຍູ້ການພົວພັນກັບ ຫວຽດນາມ ແລະ ຢືນຢັນວ່າ, ບັນດາວິສາຫະກິດ ຫວຽດນາມ ທຳມາຄ້າຂາຍ, ລົງທຶນຢູ່ ອີຢິບ ຈະໄດ້ຮັບຜົນປະໂຫຍດຈາກບັນດາສັນຍາການຄ້າເສລີລະຫວ່າງ ອີຢິບ ແລະ ບັນດາປະເທດ ອາຣັບ.

        ການນຳ 2 ທ່ານໄດ້ເຫັນດີຊຸກຍູ້ການຄົ້ນຄວ້າ, ພິຈາລະນາເຈລະຈາບັນດາສັນຍາ, ຂໍ້ຕົກລົງ ເພື່ອສ້າງກອບນິຕິກຳໃຫ້ແກ່ການພົວພັນດ້ານການຄ້າລະຫວ່າງ 2 ປະເທດ. ນາຍົກລັດຖະມົນຕີ 2 ທ່ານເຫັນດີແລກປ່ຽນກ່ຽວກັບຄວາມອາດສາມາດສ້າງຕັ້ງບັນດາຂອບເຂດການຮ່ວມມືດ້ານການຄ້າ 2 ຝ່າຍ, ຜ່ານນັ້ນ, ປະກອບສ່ວນຍົກສູງວົງເງິນການຄ້າໃນໄລຍະຈະມາເຖິງ. 2 ຝ່າຍກໍ່ເຫັນດີສືບຕໍ່ສະໜັບສະໜູນ, ສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ເປັນຂົວຕໍ່ໃຫ້ແກ່ກັນໃນການເພີ່ມທະວີການຮ່ວມມືກັບ ອາຊຽນ ແລະ ບັນດາປະເທດ ອາຣັບ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ 2 ພາກພື້ນ.

(ແຫຼ່ງຄັດຈາກ VOV)

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ກຸຍ​ເຍີນ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ການ​ຫັນ​ປ່ຽນ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ກຸຍ​ເຍີນ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ການ​ຫັນ​ປ່ຽນ

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ໂຮ່ກວັກ​ຢຸງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ຕ້ອງ​ປະ​ຕິ​ບັດ​ທັງ​ເປົ້າ​ໝາຍການ​ຂະ​ຫຍາຍ​ຕົວ​ເສດ​ຖະ​ກິດ​ບັນ​ລຸ​ສອງ​ຕົວ​ເລກ ແລະ ປ່ອຍ​ອາຍ​ພິດ​ລົງ​ເປັນ 0 ໃນ​ປີ 2050.

Top